
ເປີດຕົວ HUAWEI MateBook 3 ລຸ້ນທີ່ບັນຈຸໄດ້ເຖິງ Intel Core i9-12900H!
ຫົວເຫວີຍ (Huawei) Thailand ຈັດງານເປີດຕົວຄັ້ງໃຫຍ່ກັບ HUAWEI APAC Smart Office Launch 2022 ພ້ອມເປີດໂຕໂນ໊ດບຸ໊ກເຖິງ 3 ລຸ້ນ ປະກອບມີ HUAWEI MateBook X Pro, HUAWEI MateBook 16s ແລະ HUAWEI MateBook D 16. ທີ່ຫຼັງຈາກໄດ້ເປີດຕົວຢູ່ຕ່າງປະເທດ ກໍໄດ້ມາເປີດຕົວພ້ອມລາຄາໃນປະເທດໄທ ໂດຍໃຫ້ສະເປັກຂັ້ນສຸດ CPU i9-12900H ທີ່ທັນສະໄໝທີ່ສຸດ, ແຕ່ບໍ່ໄດ້ນໍາເອົາລຸ້ນ i9 ມາຂາຍໃນປະເທດໄທ.

HUAWEI MateBook 16s – ໂນ໊ດບຸ໊ກສາຍເຮັດວຽກທີ່ໄດ້ອັດສະເປັກມາເຕັມຮອດ i9 ແຕ່ບໍ່ມີຂາຍໃນປະເທດໄທ!

HUAWEI MateBook 16s ເປັນໂນ໊ດບຸ໊ກທີ່ໃຊ້ວຽກທີ່ເຕັມໄປດ້ວຍສະເປັກຂອງ CPU ໂດຍມີລຸ້ນທີ່ວາງ CPU ສູງສຸດ Intel Core i9-12900H ໃນນ້ຳໜັກ 1.99 ກິໂລ ແລະ ຂະໜາດໜ້າຈໍເຖິງ 16 ນິ້ວ ໂດຍສະຖາບັນລະດັບໂລກ TÜV Rheinland. ໃຫ້ການຮັບຮອງທັງຄວາມແນ່ນອນຂອງສີແລະການປ້ອງກັນສາຕາທີ່ມີການຫຼຸດຜ່ອນແສງສະຫວ່າງສີຟ້າແລະເຕັກໂນໂລຊີການຫຼຸດຜ່ອນ ການກະພິບຈອງຫນ້າຈໍ. ແລະຍັງມີເທກໂນໂລຍີ 3D LUT ຫຼືການປັບສີລະດັບຮາດແວໃນທຸກໂປຣແກຣມໃນຄອມພິວເຕີມັນຊ່ວຍໃຫ້ສາມາດສະແດງຜົນລະດັບ pro ສໍາລັບການດັດແກ້ຮູບພາບແລະການຕັດຕ່ອວິດີໂອແບບມືອາຊີບ ແລະລວມເຖິງຮອງຮັບ HUAWEI Super Device ເພື່ອອີໂຄສິດເຕັມທີ່ສົມບູນແບບພຽງແຕ່ປາຍນິ້ວມືແຕະໂດຍມີແລັບທ໋ອບເປັນສູນກາງເພື່ອເຊື່ອມຕໍ່ ແຕ່ຈາກການສອບຖາມພະນັກງານທີ່ໃຫ້ຂໍ້ມູນໃນງານບອກວ່າ ຮຸ່ນ Intel Core i9-12900H ຈະບໍ່ມີຂາຍໃນປະເທດໄທ. ຈະມີສະເປັກສູງສຸດ, ພຽງແຕ່ Intel Core i7-12700H ເທົ່ານັ້ນ (ເຖິງແມ່ນວ່າຢູ່ໃນການເປີດຕົວຈະອະທິບາຍເລື່ອງ Intel Core i9 ກໍຕາມ)
ຂໍ້ມູນສະເປັກຕົວເຄື່ອງ HUAWEI MateBook 16s (2022)
CPU: Intel® Core™ i7-12700H ຫຼື Intel® Core™ i5-12500H ຮັບປະກັນ Intel® Evo™ Platform
Ram : 16GB LPDDR5 ຢູ່ໃນເຄື່ອງ
ໜ່ວຍຄວາມຈຳ: 512GB ຫຼື 1TB M.2 NVMe™ PCIe® SSD
ກາດຈໍ: Intel Iris Xe Graphics
ໜ້າຈໍຄວາມລະອຽດ 2.5K (2520 x 1680) IPS ເສດສີ sRGB ຢູ່ທີ່ 100% ອັດຕາສ່ວນ 3:2, ໜ້າຈໍສຳຜັດ 16 ນິ້ວ (FullView Display)
ນ້ຳາຫນັກ: 1.99 kg
ຊອບແວທີ່ໃຫ້ມາ: Windows 11 Home
ພອດອ້ອມຕົວເຄື່ອງ: Thunderbolt 4 1 ຊ່ອງ, USB-C 1 ຊ່ອງ, USB-A 2 ຊ່ອງ, HDMI 1 ຊ່ອງ, ຊ່ອງສຽບຫູຟັງ
ລາຄາຂາຍໃນໄທ: 56,990 ບາດ ຫຼື 25,930,000 ກີບ (ລຸ້ນCPU Intel Core i7-12700H) (ລຸ້ນCPU Intel Core i5-12500H ຍັງບໍ່ທັນປະກາດ)
HUAWEI MateBook X Pro – ໂນ໊ດບຸ໊ກເຮືອທຸງທີ່ມີນໍ້າໜັກພຽງ 1.26 ກກ.

HUAWEI MateBook X Pro ເປັນໂນ໊ດບຸ໊ກເຮືອທຸງໃນຊີຣີ້ Matebook ນອກເໜືອໄປຈາກຄວາມໂດດເດັ່ນດ້ວຍການອອກແບບທີ່ໃຫ້ຄວາມຫຼູຫຼາຈາກວັດສະດຸລະດັບພຣີມຽມເຊັ່ນ: magnesium alloy ແລ້ວຕົວເຄື່ອງຍັງມີຄວາມບາງເບົາພຽງແຕ່ 1.26 ກິໂລ. ລຸ້ນນີ້ມາພ້ອມກັບສີໃໝ່ 'Ink Blue' ລວມເຖິງຮອງຮັບ HUAWEI Super Device ເພື່ອອີໂຄສິດເຕັມທີ່ສົມບູນແບບພຽງຢູ່ປາຍນິ້ວເເຕະໂດຍມີແລັບທ໋ອບເປັນຈຸດສູນກາງເຊື່ອມຕໍ່. ນອກຈາກນີ້ຍັງໃສ່ເທັກໂນໂລຍີອັດສະລິຍະ HUAWEI Free Touch ທີ່ຊ່ວຍໃຫ້ທ່ານສາມາດຄວບຄຸມແລັບທ໋ອບຜ່ານ touchpad ສະດວກໄດ້ໄວຂື້ນເຖິງ 8 ທ່າທາງ ລວມທັງຄວາມຮູ້ສຶກທີ່ແທ້ຈິງຜ່ານການສັ່ນແບບ haptics ອີກນຳ.
ຂໍ້ມູນສະເປັກຕົວເຄື່ອງ HUAWEI MateBook X Pro (2022)
CPU : Intel® Core™ i7-1260P ຮັບປະກັນ Intel® Evo™ Platform
Ram : 16GB LPDDR5 ຢູ່ໃນເຄື່ອງ
ໜ່ວຍຄວາມຈຳ: 1TB M.2 NVMe™ PCIe® SSD
ກາດຈໍ: Intel Iris Xe Graphics
ໜ້າຈໍຄວາມລະອຽດ 3.1K (3120 x 2080) AMOLED, ອັດຕາສ່ວນ 3:2, ໜ້າຈໍສຳຜັດຂະໜາດ 14.2 ນິ້ວ (FullView Display)
ນ້ໍາຫນັກ: 1.26 kg
ຊອບແວທີ່ໃຫ້ມາ: Windows 11 Home
ພອດອ້ອມຕົວເຄື່ອງ: 2 Thunderbolt 4 2 ຊ່ອງ, USB-C 2 ຊ່ອງ, ຊ່ອງສຽບຫູຟັງ
ລາຄາຂາຍໃນໄທ: 79,990 ບາດ ຫຼື 36,395,450 ກີບ
HUAWEI MateBook D16 – ໂນ໊ດບຸ໊ກຊີຣີ້ປະຫຍັດ ແຕ່ສະເປັກຈັດເຕັມ

ປົກກະຕິແລ້ວ, HAUWEI MateBook D Series ເປັນໂນ໊ດບຸ໊ກທີ່ມີຈຸດເດັ່ນທີ່ລາຄາປະຫຍັດ ແລະເຂົ້າເຖິງໄດ້ງ່າຍດ້ວຍ CPU ທີ່ປະຫຍັດພະລັງງານ, ແຕ່ໃນ HUAWEI MateBook D16 ລຸ້ນນີ້ໄດ້ຈັດເຕັມດ້ວຍການໃສ່ CPU ສູງສຸດເຖິງ Intel Core i7-12700H ໃນນ້ຳໜັກພຽງແຕ່ 1.7 ກິໂລກຣາມ ແລະຕົວເຄື່ອງບາງເບົາພຽງແຕ່ 18.4 ມມ. ຈາກການໃຊ້ບໍດີ້ໂລຫະປະສົມອາລູມິນຽມ alloy ເຊິ່ງມີນ້ຳໜັກເບົາ ລວມເຖິງຮອງຮັບ HUAWEI Super Device ສໍາລັບລະບົບອີໂຕ້ສິດເຕັມທີ່ສົມບູນແບບພຽງປາຍນິ້ວເເຕະໂດຍມີແລັບທ໋ອບເປັນຈຸດສູນກາງເຊື່ອມຕໍ່. ມີໄມໂຄໂຟນ 4 ຕົວທີ່ມາພ້ອມກັບລະບົບສຽງ AI ຕັດສຍງລົບກວນ ແລະ Personal Voice Enhancement ເນັ້ນສຽງຜູ້ເວົ້າໃຫ້ຊັດເຈນຂື້ນ ແລະຮັບສຽງຈາກທຸກທິດທາງໃນລັດສະໝີ 5 ແມັດ ນອກຈາກນີ້ ໃນລຸ້ນ D16 ຍັງມີປຸ່ມກົດຕົວເລກເຕັມຮູບແບບ (Numpad) ແລະປຸ່ມລັດ 4 ປຸ່ມ ທີ່ເພີ່ມຄວາມສະດວກສະບາຍ. ແລະປະສິດທິພາບການເຮັດວຽກເຮັດດີຂື້ນຫຼາຍ
ຂໍ້ມູນສະເປັກຕົວເຄື່ອງ HUAWEI MateBook D16 (2022)
CPU: Intel® Core™ i7-12700H ຫຼື Intel® Core™ i5-12450H
Ram : 16GB LPDDR4X ເທິງເຄື່ອງ
ໜ່ວຍຄວາມຈຳ: 512GB M.2 NVMe™ PCIe® SSD
ກາດຈໍ: Intel Iris Xe Graphics
ໜ້າຈໍຄວາມລະອຽດ FHD+ (1920 x 1200) IPS ເສດສີ sRGB ຢູ່ທີ່ 100% ອັດຕາສ່ວນ 16:10 ຂະໜາດ 16 ນິ້ວ (FullView Display)
ນ້ໍາຫນັກ: 1.7 kg
ຊອບແວທີ່ໃຫ້ມາ: Windows 11 Home
ພອດອ້ອມຕົວເຄື່ອງ: USB-C 2 ຊ່ອງ, USB-A 2 ຊ່ອງ, HDMI 1 ຊ່ອງ, ຊ່ອງສຽບຫູຟັງ
ລາຄາຂາຍໃນປະເທດໄທ: 39,990 ບາດ ຫຼື 18,195,000 ກີບ (ລຸ້ນ CPU Intel Core i7-12700H), ມີຂາຍສະເພາະ JD Central ເທ່ານັ້ນ ແລະ 33,990 ບາດ ຫຼື 15,125,500 ກີບ (ລຸ້ນCPU Intel Core i5-12450H), ມີຂາຍຢູ່ທີ່ຮ້ານ HUAWEI Experience Store ແລະຮ້ານທີ່ເຂົ້າຮ່ວມ. ລວມທັງຊ່ອງທາງອອນໄລນ໌ຂອງ Huawei Store ແລະຮ້ານຂາຍຢ່າງເປັນທາງການຂອງ Huawei ໃນ JD Central, Shopee, Lazada ແລະ Thisshop.
ໂດຍ HUAWEI APAC Smart Office Launch 2022 ຈັດຂຶ້ນທີ່ Hall E98 BITEC ບາງນາ, ເປັນງານເປີດຕົວທີ່ຈັດຂຶ້ນພ້ອມກັນໃນພາກພື້ນອາຊີ-ປາຊີຟິກ. ເວົ້າອີກຢ່າງໜຶ່ງ, ນັກຂ່າວໄດ້ຖືກເຊີນຈາກທົ່ວທຸກພາກມາຮ່ວມງານຖະແຫຼງຂ່າວເທື່ອນີ້ຢູ່ປະເທດໄທ.