
11 ໄອເດຍ DIY ເພື່ອເຮັດໃຫ້ເຮືອນຂອງທ່ານເບິ່ງໜ້າຮັກຂື້ນ
ມື້ນີ້ລອງມາເບິ່ງໄອເດຍ DIY ທີ່ເຮັດໄດ້ງ່າຍໆ ໃນການຕົບແຕ່ງເຮືອນໃຫ້ເບິ່ງງາມໜ້າຮັກຂຶ້ນອີກໜ້ອຍໜຶ່ງ ນອກຈາກນັ້ນການເຮັດຂອງໃຊ້ດ້ວຍຕົນເອງເເບບນີ້ແມ່ນມີຄ່າໃຊ້ຈ່າຍບໍ່ຫຼາຍແລະຍັງເປັນຄວາມພາກພູມໃຈນຳອີກ ຖ້າເວລາມີແຂກມາເຮືອນແນ່ນອນວ່າຕ້ອງມີເລື່ອງໃຫ້ລົມໄດ້ກັນແນ່ນອນ.

ລອງມາເບິ່ງ 11 ໄອເດຍໃນການເຮັດຂອງຕົບແຕ່ງເຮືອນຂອງທ່ານໄປນຳກັນເລີຍ.
ພາເລັດນ້ອຍສຳລັບວາງຈອກແກ້ວ ໜ້າຮັກ ເຮັດໄດ້ງ່າຍໆຈາກໄມ້ກະແລ້ມ


ຕົບແຕ່າງບັນຍາກາດ ຫຼູໆ ຈາກຜ້າລາຍດອກໄມ້ສີດຳ ຄລາສິກ

ທ້າຍເດືອນກຶນປາກະປ໋ອງໝົດແລ້ວຢ່າຟ້າວຖິ້ມ ເອົາມາເຮັດເປັນໂຖນ້ອຍໆໄວໃສ່ຕົ້ນໄມ້ພ້ອມກັບໄມ້ໜີບ ໜ້າຮັກໄປອີກແບບ

ຊັ້ນວາງປຶ້ມທີ່ເບິ່ງບໍ່ເຫັນ ໄອເດຍທີ່ທ່ານເອງກໍສາມາດເຮັດໄດ້ບໍ່ຍາກ

ຂໍຕາກເຄື່ອງເກົ່າໆ ຍັງເອົາມາເຮັດແບບອື່ນໄດ້ອີກ ເຮັດໄວ້ແຂວນເກີບແບບນີ້ກໍໄດ້

ຢາງຕີນລົດທີ່ໃຊ້ແລ້ວ ເອົາມາປ່ຽນເປັນບ່ອນວາງຕີນ ຫຼື ໂຕະກາເຟຂະຫນາດນ້ອຍ ແບບນີ້ກະງາມໄປອີກ

ຖ້າປ່ອງຢ້ຽມຂອງເຈົ້າຢູ່ໃກ້ກັບເພື່ອນບ້ານຫຼາຍ ຜ້າລາຍດອກໄມ້ສີຂາວສາມາດເຮັດໃຫ້ລີກລ້ຽງສາຍຕາຂອງເພື່ອນບ້ານໄດ້ ແລະຍັງບໍ່ບັງແສງທໍາມະຊາດນຳອີກ

ເຮັດກ່ອງໃສ່ ບິກ - ສໍ ແບບເທ່ໆກະບໍ່ແມ່ນເລື່ອງຍາກ

ຈະເຮັດໂຖຍາວໃສ່ດອກໄມ້ງາມໆກໍສາມາດເຮັດໄດ້ຄືກັນ

ໂຄມໄຟງາມໆ ກໍສາມາດເຮັດເອງໄດ້ງ່າຍໆ

ມີກ່ອງນ້ຳຢາຊັກເຄື່ອງທີ່ໃຊ້ໝົດເເລ້ວຢ່າຟ້າວຖິ້ມນຳມາລ້າງໃຫ້ສະອາດແລະນຳມາປ່ຽນໃຫ້ກາຍເປັນບ່ອນໃສ່ເຈ້ຍທິດຊູ້ໄດ້ງ່າຍໆ

ຖ້າເກີບແຕະຂອງທ່ານໃສ່ຢູ່ໃນເຮືອນແຕ່ລວດລາຍທີ່ບໍ່ຖືກໃຈ ມາຕົບແຕ່ງເອງໃຫ້ໜ້າຮັກຂື້ນແບບນີ້.

ຄົບ 11 ໄອເດຍ Do It Yourself ແລ້ວມັນເຮັດບໍ່ຍ້າກເລີຍບໍ່ແມ່ນບໍ ແບ່ງປັນໄອເດຍທີ່ໜ້າຮັກແລະເລີ່ມໂປຮເຈັກ DIY ຂອງທ່ານໃນມື້ນີ້ກັບເພື່ອນໆຂອງທ່ານໄດ້ເລຍ.