
ສື່ຕ່າງປະເທດຕີຂ່າວ KFC ກຽມຂາຍທຸລະກິດຢູ່ໄທ ຄິດເປັນມູນຄ່າ 11,000 ລ້ານບາດ
ວັນທີ 25 ກໍລະກົດ 2022 ໄດ້ມີລາຍງານໂດຍອ້າງອີງຈາກແຫຼ່ງຂ່າວວົງໃນທີ່ບໍ່ປະສົງອອກຊື່ ລະບຸວ່າບໍລິສັດ restaurant development ຈຳກັດ ຫຼື RD ມີແຜນຈະຂາຍທຸລະກິດແຟຣນໄຊຂອງ KFC ຢູ່ທີ່ປະເທດໄທ ຄິດເປັນຈໍານວນເງິນປະມານ 300 ລ້ານໂດລາ (ປະມານ 11,000 ລ້ານບາດ).

ແຫຼ່ງຂໍ້ມູນເປີດເຜີຍວ່າ RD, ຮ່ວມກັບກຸ່ມທືນທີ່ນໍາພາໂດຍ AIGF Advisors Pte Ltd, ກຳລັງຢູ່ໃນຂັ້ນຕອນການເຈລະຈາກັບບໍລິສັດທີ່ປຶກກ່ຽວກັບການຂາຍກິດຈະການດັ່ງກ່າວ ໂດຍກ່ອນໜ້ານີ້, RD ເຄີຍພິຈາລະນາທີ່ຈະຂາຍທຸລະກິດ KFC ໃນປີ 2020 ມາແລ້ວ ແຕ່ການລະບາດຂອງ COVID-19 ເຮັດໃຫ້ການເຈລະຈາຖືກເລື່ອນເວລາອອກໄປ
ສໍາລັບກຸ່ມທຶນທີ່ອາດຈະເຂົ້າຊື້ກິດຈະການ KFC ນັ້ນ ແຫຼ່ງຂ່າວເປີດເຜີຍວ່າ ບໍລິສັດ Central Restaurants Group ແລະ The QSR of Asia ຈຳກັດ ເຊິ່ງເປັນບໍລິສັດໃນເຄືອຂອງ Thai Beverage ມີຄວາມສົນໃຈໃນການຊື້ກິດຈະການ

ກ່ຽວກັບບໍລິສັດ Restaurants Development ຈຳກັດ ແມ່ນຖືເປັນໜຶ່ງໃນບໍລິສັດແຟຣນໄຊອາຫານທີ່ໃຫຍ່ທີ່ສຸດ ແລະຂະຫຍາຍໂຕໄວທີ່ສຸດຂອງ KFC ໃນປະເທດໄທ ປະຈຸບັນແມ່ນມີພະນັກງານຫຼາຍກວ່າ 4,000 ຄົນ ແລະມີຮ້ານອາຫານຫຼາຍກວ່າ 240 ແຫ່ງໃນທົ່ວປະເທດ.
ຂໍ້ມູນຢູ່ໃນເວັບໄຊທ໌ຂອງບໍລິສັດໄດ້ເປີດເຜີຍວ່າ ຜົນໄດ້ຮັບໃນໄຕມາດທໍາອິດຂອງ RD ຊີ້ໃຫ້ເຫັນວ່າໄດ້ບັນລຸສະຖິຕິການຂາຍ KFC ສູງທີ່ສຸດເປັນປະຫວັດສາດ ແລະຍັງມີອັດຕາການຂະຫຍາຍໂຕຕໍ່າປີສູງສຸດ ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ