
“ຈີຊູ BLACKPINK” ຊະນະຜົນໂຫວດ ເປັນຜູ້ຍິງທີ່ງາມທີ່ສຸດໃນໂລກ?!!

ກັບມາອີກຄັ້ງກັບການສຳຫຼວດອັນດັບຫຼ້າສຸດຂອງວາລະສານ Nubia “ຜູ້ຍິງທີ່ງາມທີ່ສຸດໃນໂລກ” ເຊິ່ງເປັນການລວບລວມຄະແນນສຽງຈາກ 116 ປະເທດທົ່ວໂລກ. ເຊິ່ງສິ້ນສຸດການລົງຄະແນນສຽງໃນວັນທີ 1 ກໍລະກົດ 2022.


ເຊິ່ງເມື່ອຜົນການໂຫວດສຸດທ້າຍ Blinks ຮູ້ສຶກດີໃຈຫຼາຍເມື່ອ “Kim Jisoo” ເອື້ອຍໃຫຍ່ໜ້າຕາຫວານຄືນາງຟ້ຂອງວົງ “BLACKPINK” ເຊິ່ງຄວບຕຳແຫນ່ງເປັນ GlobaI Brand Ambrassador ຂອງຍີ່ຫໍ້ Dior ແລະ Cartier ປະສົບຜົນສໍາເລັດອັນດັບ 1 ນາງຍັງໄດ້ຮັບການຮັບຮອງເປັນນາງງາມທີ່ສຸດໃນໂລກໃນປີ 2022.


ເຊິ່ງອັນດັບ 2 ຕົກເປັນຂອງ "Tzuyu" Maknae ຄົນງາມຈາກ TWICE ແລະ ອັນດັບ 3-5 ໄດ້ແກ່ສາວ "BLACKPINK" ເກັບ 3 ອັນດັບຕິດຕໍ່ກັນ "Lisa ຢູ່ທີ 3, Jenny ຢູ່ທີ 4 ແລະ Rose ຢູ່ 5" ວາລະສານ Nubia ໄດ້ຕິດຕໍ່ກັບ YG Entertainment ເພື່ອສົ່ງໃບຮັບຮອງໃຫ້

