
ລວມລຸກຂອງ ໃໝ່ ດາວິກາ ແລະ ເຕີ ສັນທະວິດ ເດີນທາງໄປຮ່ວມງານເປີດໂຕ Gucci Resort ຢູ່ທີ່ພູເກັດ.
ຈະເບິ່ງຫນ້າຮັກ ສົດໃສຂະໜາດໃດ wow ໄດ້ລວບລວມມາໃຫ້ແລ້ວຢູ່ທີ່ນີ້.

ທາງ Gucci ແລະ ຄູ່ຮັກສຸດຮ້ອນແຮງ ໃໝ່ ດາວິກາ Friend of Gucci ປະເທດໄທ ແລະ ເຕີ ສັນທະວິດ ເດີນທາງໄປພູເກັດ ເພື່ອເຂົ້າຮ່ວມການເປີດຕົວຂອງຄໍເລັກຊັນ Gucci Resort ແລະ Gucci Towards The Sun ທີ່ສະແດງໃຫ້ເຫັນຄວາມງາມຂອງການເດີນທາງຜ່ານຄໍເລັກຊັນສຳລັບລະດູຮ້ອນ. ພ້ອມສະຖານທີ່ທ່ອງທ່ຽວຈາກທົ່ວທຸກມຸມໂລກ ຕະຫຼອດການເດີນທາງທີ່ຜ່ານມາ, ສອງໜຸ່ມສາວໄດ້ຮ່ວມກັນຖ່າຍທອດສະໄຕລ໌ຂອງຄໍເລັກຊັນລ່າສຸດນີ້ ບໍ່ວ່າຈະເປັນແບບສະຫນາມບິນ, ແບບອາຫານຄ່ຳ, ແບບງານເປີດຕົວຂອງຄໍເລັກຊັນ ຕະຫຼອດໄປຈົນເຖິງຊຸດຫາດຊາຍທີ່ ພູເກັດ ເຮົາມາເບິ່ງການເເຕ່ງໂຕຂອງທັງສອງຄົນໃນແຕ່ລະແບບໄປພ້ອມກັນເລີຍ!!!







