
ເປີດຄັງແສງ ໝວກ ລິຊ້າ BLACKPINK ຕັ້ງແຕ່ຖືກຊື້ນຳໄດ້ ໄປຮອດແພງແຕ່ຂາຍໝົດ (Sold Out)
ຕ້ອງບອກເລຍວ່າລິຊ້າ BLACKPINK ນັ້ນມີອິດທິພົນຫຼາຍແທ້ໆ ບໍ່ວ່ານາງຈະເຮັດຫຍັງ ຕ້ອງເປັນຂ່າວດັງໄປທົ່ວໂລກ ໂດຍສະເພາະຢ່າງຍິ່ງແມ່ນໃນເລື່ອງຂອງແຟຊັ້ນທີ່ໃຊ້ເຄື່ອງອັນໃດຕ້ອງຂາຍໝົດກ້ຽງเເຄື່ອງບາງອັນຕ້ອງຍາວເປັນຫາງວ່າວ.

ນອກຈາກບັນດາເຄື່ອງນຸ່ງເສື້ອຜ້່າ ກະເປົາ ເຄື່ອງປະດັບ ທີ່ແຟນໆ ແຫ່ຊື້ຕາມທີ່ລິຊ້າໃຊ້ແລ້ວ ຂອງຄູ່ໃຈອີກອັນໜຶ່ງທີ່ລິຊ້າມັກຈະໃຊ້ໃຫ້ເຫັນເລື້ອຍໆ ກະເຫັນຈະເປັນໝວກ ງານນີ້ເຮົາຈະພາໄປເປີດຄັງແສງບັນດາໝວກຫຼາກຫຼາຍແບຣນດັງທີ່ນາງໃສ່ ເຊິ່ງມີທັງລາຄາແພງກັບລາຄາເບົາໆທີ່ຈັບຕ້ອງໄດ້ແບບບໍ່ຕ້ອງເຊັດເຫື່ອ ຈະມີແບບໃດແນ່ເຮົາໄປເບິ່ງກັນ

ເປີດຄັງແສງໝວກ ລິຊ້າ BLACKPINK ຕັ້ງແຕ່ຖືກຊື້ຕາມໄດ້ ຮອດແພງແຕ່ຂາຍໝົດ
Celine Embroidered Knit Wool Beanie ລາຄາ 590 $ ຫຼືປະມານ 8.850.000 ກີບ

Celine Cotton Drill BaseBall Capblack ລາຄາ 475 $ ຫຼືປະມານ 7.125.000 ກີບ

ITZAVIBE lzy Satin Logo Mesh Cap ລາຄາ 54.18 $ ຫຼືປະມານ 812.700 ກີບ

Supreme 2 Tone Twill Cap ລາຄາ 80 $ ຫຼືປະມານ 1.200.000 ກີບ

Celine BaseBall 'C' Cap ລາຄາ 405 $ ຫຼືປະມານ 6.075.000 ກີບ

Casablanca Sucess Through Positivity wtill Cap ລາຄາ 155 $ ຫຼືປະມານ 2.325.000 ກີບ

Celine Bucket Hat ລາຄາ 940 $ ຫຼືປະມານ 14.100.000ກີບ

ITZAVIBE Cool Attitude Ball Cap ລາຄາ 36.12 $ ຫຼືປະມານ 542.000 ກີບ

MISU A BARBE Furry Hat Trendy ລາຄາ 104 $ ຫຼືປະມານ 1.560.000 ກີບ

CELINE Knit Beanie ລາຄາ 245 $ ຫຼືປະມານ 3.675.000 ກີບ

Vetements x Reebok Baseball Cap ລາຄາ 410 $ ຫຼືປະມານ 6.150.000 ກີບ

SPORT & RICH Beanie Hat ລາຄາ 70 $ ຫຼືປະມານ 1.050.000 ກີບ

KANGOL Washed Bucket Hat ລາຄາ 45 $ 675.000 ຫຼືປະມານ ກີບ

ICMIGIRL Round Logo Beanie ລາຄາ 49.000 ວອນ ຫຼືປະມານ 544,000 ກີບ

A PIECE OF CAKE SCCBucket Hat ລາຄາ 36.80 $ ຫຼືປະມານ 552.000 ກີບ

UGG Sheep Skin Bucket Hat ລາຄາ 150 $ ຫຼືປະມານ 2.250.000 ກີບ

ADIDAS Adicolor Bucket hat ລາຄາ 25 $ ຫຼືປະມານ 375.000ກີບ

VIVIEN WESTWOOD Beanie Cap ລາຄາ 45.10 $ ຫຼືປະມານ 676.500 ກີບ

ພາບຈາກ : @lalalalisa_m