
ລວມ 10 ອາຫານທີ່ອຸດົມດ້ວຍ "ໄຂມັນດີ" ລົດຄໍເລສໂຕຣ່ອນ ເສີມຄວາມແຂງແຮງກັບຫົວໃຈ
ການເລືອກຮັບປະທານອາຫານທີ່ມິ "ໄຂມັນດີ" ຊ່ວຍກຳຈັດ ຄໍເລສໂຄຣ່ອນຊະນິດບໍ່ດີອອກຈາກຮ່າງກາຍ ແລະ ປັບການເຮັດວຽກຂອງລະບົບຫົວໃຈໃຫ້ດີຂື້ນ
ທ່ານຮູ້ຫຼືບໍ່ "ໄຂມັນດີ" ຄືໄຂມັນຄໍເລສໂຕຣ່ອນຊະນິດບໍ່ດີທີ່ສະສົມຢູ່ຕາມຫຼອດເລືອດ ແລ້ວສົ່ງໄປທີ່ຕັບເພື່ອກຳຈັດອອກຈາກຮ່າງກາຍ ສະນັ້ນການບໍລິໂພກໄຂມັນດີໃນປະລິມານທີ່ເໝາະສົມຈື່ງຊ່ວຍລົດຄວາມສ່ຽງໂລກຫົວໃຈ ພາວະກ້າມເນື້ອຫົວໃຈຂາດເລືອດ ແລະ ໂລກຫຼອດເລືອດຫົວໃຈໄດ້ WOW Beautyຂໍແນະນຳ 10 ສານອາຫານທີ່ອຸດົມໄປດ້ວຍ "ໄຂມັນດີ" ເຊີ່ງຊອກຫາຮັບປະທານງ່າຍ ມີລົດຊາດແຊບ ໃຜໆກໍ່ສາມາດຮັບປະທານໄດ້

ອາວມອນ
ອາວມ່ອນອຸດົມໄປດ້ວຍໄຂມັນທີ່ດີຕໍ່ສຸຂະພາບຫົວໃຈ ມີກາກໄຍສູງ ແລະ ມິສານອາຫານສະເຕີຣອນ ທີ່ຊ່ວຍຍັບຢັ້ງການດູດຊືມຄໍເລສໂຕຣ່ອນໃນຮ່າງກາຍ ລົດອາການສ່ຽງໃນການເປັນໂລກທີ່ກ່ຽວກັບຫຼອດເລທອດ ແລະ ຫົວໃຈ ແຖມຍັງມີວິຕາມີນ ແລະ ແຮ່ທາດທີ່ເປັນປະໂຫຍດຕໍ່ຮ່າງກາຍອິກຫລາຍ ເຊັ່ນ: ວິຕາມີນອີ ແຄລຊຽມ, ເຫຼັກ, ແມັກມີຊຽມ ນອກຈາກນັ້ນຍັງມຮຖົ່ວເປືອກແຂງຊະນິດອື່ນທີ່ສາມາດເລືອກຮັບປະທານໄດ້ຄືກັນ ເຊັ່ນ: ອາວມ່ອນ,ຖົ່ວດີນ, ຖົ່ວພິຕາຊິໂອ, ເມັດໝາກມ່ວງຫີນມະພານ ເປັນຕົ້ນ.

2. ແອບເປີ້ນ
ແອບເປີ້ນເປັນໝາກໄມ້ທີ່ມີກາກໄຍສູງ ຮັບປະທານແລ້ວຍ່ອຍງ່າຍ ເປັນມິດູໍ່ລະບົບຍ່ອຍອາຫານ ເພາະເຕັມໄປດ້ວຍເສັ້ນໄຍທີ່ລະລາຍນ້ຳໄດ້ ເຊີ່ງເສັ້ນໃຍທີ່ລະລາຍນ້ຳໄດ້ສາມາດຊ່ວຍປົກປ້ອງການສະສົມຂອງຄໍເລສໂຕຣ່ອນ ໃນເຍື້ອບຸຜະໜັງຫຼອດເລືອດ ນອກຈາກນີ້ຍັງສາມາດຊ່ວຍລົດລະດັບຄວາມດັນໂລຫິດ ພ້ອມຊ່ວຍລົດລະດັບຄໍເລສໂຕຣ່ອນ ແລະ ໄຕກີເຊີລາຍທີ່ບໍ່ດີຕໍ່ຮ່າງກາຍ.

3. ແຊລມ່ອນ
ມີກົດໄຂມັນໂອເມກ້າ 3 ທີ່ຊ່ວຍລົດລະດັບຄໍເລສໂຕຣ່ອນຊະນິດບໍ່ດີ ແລະ ເພີ່ມຄໍເລສໂຕຣ່ອນຊະນິດດີ ນອກຈາກນີ້ຍັງຊ່ວຍບຳລຸງສະໝອງ ແລະ ລົດຄວາມສ່ຽງໃນການເປັນໂລກສະໝອງເຊື່ອມ ພັດທະນາສະໝອງໃນດ້າຍຄວາມຈຳ ແລະ ຍັງຊ່ວຍລົດຄວາມສ່ຽງຂອງການເກິດໂລກຊື່ມເສົ້າໄດ້ອິກດ້ວຍ ປາທະເລນ້ຳລຶກທີ່ຫາຍາກແນະນຳ ໄດ້ແກ່ ແຊລມ້ອນ ແມັກເຄີຣຽວ ທູນ້າ ແລະ ຊາດີນ

4. ບ໋ອກໂຄລີ້
ບອກໂຄລີ້ມີກາກໄຍອາຫານ ແລະ ສານຕ້ານອພນະມູອິສະລະສູງ ເຊີ່ງຈະຊ່ວຍໃຫ້ລະບໄບຍ່ອຍອາຫານທຳງານໄດ້ຂື້ນ ປະລິແບກທີ່ເລຍໃນທ້ອງກໍ່ຈະມີຫຼາຍຂື້ນ ພ້ອມບຳລຸງຫົວໃຈໃຫ້ແຂງແຮງດ້ວຍການເພີ່ມຄໍເລສໂຕຣ່ອນບໍ່ດີ ແລະໄຕກີເຊີລາຍລົງໄດ້

5. ໄຂ່
ກາຍຮັບປະທານໄຂ່ທັ້ງຟອງ (ໄຊ່ຂາວ+ໄຂ່ແດງ) ຈະຊ່ວຍລົດໄຂມັນຄໍເລສໂຕຣ່ອນ ແລະ ຄວາມດັນໂລຫິດ ເຊີ່ງເປັນປັດໃຈສ່ຽງຕໍ່ໂລກຫົວໃຈຫົວ ແລະໂລກອຳມະພາດ ລົດລະດັບໄຕກີເຊີລາຍໃນເລືອດ ທີ່ເຮັດໃຫ້ລົດຄວາມສ່ຽງຕໍ່ພາວະຫົວໃຈຂາດເລືອດ ຊ່ວຍສ້າງພຸມຄຸ້ມກັນໃຫ້ຮ່າງກາຍໂດຍສະເພາະຄົນທີ່ເປັນພູມແພ້.

6. ນ້ຳມັນໝາກກອກ
ມີກົດໄຂມັນໂອເມກ້າ 3 ແລະ ໂອເມກ້າ 6 ໃນປະລິມານສູງ ເຊີ່ງມີສ່ວນຊ່ວຍໃນການທຳງານຂອງລະບົບຍ່ອຍອາຫານ ເພີ່ທການໄຫລວຽນຂອງເລືອດໄດ້ດີຂື້ນ ນອກຈາກນີ້ຍັງມີສານຕ້ານອະນຸມູນອິດສະລະທີ່ຊະລໍໄວ ເສີມຄວາມແຂງແຮງໃຫ້ຮ່າງກາຍສາມາດເຮັດວຍກໄດ້ຢ່າງເປັນລະບົບອິກ.

7. ຫອມບົວໃຫຍ່
ຫອມບົວໃຫຍ່ເປັນອິກໜຶ່ງອາຫານສຳຄັນທີ່ຊ່ວຍລົດປະລິມານໄຂມັນບໍ່ດີ ແລະ ເພີ່ມໄຂມັນດີກັບຮ່າງ ຊ່ວຍກຳຈັດຄໍເລສໂຕຣ່ອນທີ່ຢູ່ຕາມລຳພະໜັງຫຼອດເລືອດໄດ້ຢ່າງດີ ຈື່ງຊ່ວຍລົດຄວາມສ່ຽງໃນການເປັນໂລກຫົວໃຈ ແລະ ຫຼອດເລືອດ ແລະ ອຳມະພາດ ແຖມຍັງຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດອັນເປັນຜົນດີຕໍ່ຜູ້ປ່ວຍໂລກເບົາຫວານ

8. ອະໂວຄາໂດ້
ເປັນໝາກໄມ້ທີທີໄຂມັນດີສູງຫຼາຍ ນອກຈາກຈະຊ່ວຍລົດຄໍເລສໂຕຣ່ອນທີ່ບໍ່ດີໃນຮ່າງກາຍໄດ້ແລ້ວ ອະໂວຄາໂດ້ຍັງເປັນໝາກໄມ້ທີ່ໃຫ້ພະລັງງານສູງ ເນື່ອງຂາກອະໂວຄາໂດ້ເປັນໝາກໄມ້ທີ່ມີໄຟເບີ້ເປັນຈຳນວນມາກ ແຕ່ມີຄາໂບໄຮເດດ ແລະ ນ້ຳຕານໃນປະລິມານຕ່ຳ ລວມທັງກົດໂອເດອິກ ທີ່ຊ່ວຍກະຕຸ້ນສະໝອງໃຫ້ອິ່ມໄວ ບໍ່ຢາກອາຫານດຸ ອິກທັ້ງຍັງຊ່ວຍລົດໄຂມັນບໍ່ດີໃນເລືອດລົດລົງ ຈຶ່ງສົ່ງຜົນໃຫ້ນ້ຳໜັກລົດລົງໄດ້.

9. ຖົ່ວເຫຼືອງ
ຖົ່ວເຫຼືອງມີກົດໄຂມັນອິ່ມຕົວໃນອັດຕາສ່ວນທີ່ສູງ ເຊີ່ງກົດໄຂມັນຊະນິດນີ້ບໍ່ອິ່ມຕົວຈະຊ່ວຍລົດຄໍເລສໂຕຣ່ອນໃນເສັ້ນເລືອດ ປ້ອກັນການສະສົມຂອງໄຂມັນໃນຫຼອດເລືອດຊັ້ນໃນທີ່ເປັນສາເຫດສຳຄັນຂອງການເກິດໂລກຫົວໃຈ ແລະ ຄວາມດັນເລືອດສູງ ນອກຈາກນີ້ຍັງສາມາດຫາກິນປະເພດອາການທີ່ເຮັດມາຈາກຖົ່ວເຫຼືອງໄດ້ ເຊັ່ນ: ເຕົ້າຮູ້ ແລະ ນົມຖົ່ວເຫຼືອງເປັນຕົ້ນ.


10. ສະຕໍເບີລີ້
ໃນສະຕໍເບີລີ້ອຸດົມໄປດ້ວຍສານຕ້ານອະນຸມູນອິດສະລະໄດ້ແກ່ ແອນໂທໄຊຍານິນ, ເຄີຊີຕີນ ແລະ ເຄມເພີຣອນ ເຊີ່ງສານເຫຼົ່ານີ້ມີສ່ວນປະສົມຊ່ວຍຢັບຢັ້ງສານກໍ່ໂລກມະເຮັງຊະນິດຕ່າງໆໄດ້ ລວມເຖີງສານສຳຄັນຢ່າງໂພເທສຊຽມ ແລະ ແມັກນີຊຽມທີ່ເຮັດໜ້າທີຊ່ວຍໃນການປັບຄວາມດັນເລືອດໃຫ້ຢູ່ໃນລະດັບປົກະຕິໄດ້.
ແທ້ຈິງແລ້ວການເລືອກຮັບປະທານອາຫານທີ່ມີໄຊມັນກໍ່ມີປະໂຫຍດຕໍ່ຮ່າງກາຍເຊັ່ນກັນ ພຽງແຕ່ເຮົາເລືອກອາຫານທີ່ມີໄຂມັນດີ ແທນທີ່ໄຂມັນບໍ່ດີ ເພາະສານອາຫານໃນໄຂມັນດີຂະເຂົ້າມາຊ່ວຍກຳຈັດຄໍເລສໂຕຣ່ອນໃນຮ່າງກາຍ ພ້ອມປັບການໄຫຼວຍນເລືອດໃຫ້ເຮັດວຍກໄດ້ດີຂື້ນ ເມື່ອລະບົບເຫຼົ່ານີ້ເຮັດງານໄດ້ດີແລ້ວກໍ່ຈະຊ່ວຍໃຫ້ຮ່າງກາຍແຂງແຮງ ຕໍ່ຕ້ານມົນລະພາວະສະພາບແວດລ້ອມພາຍນອກໄດ້ເປັນຢ່າງດີ