
Samsung ໄດ້ປະກາດເປິດຕົວສະມາດໂຟນລະດັບກາງລຸ້ນໃໝ່ໃນຊີລີ້ Galaxy M
ທີ່ປະເທດອິກເດຍ ນັ້ນຄື Galaxy M13 4G ທີ່ໄດ້ຮັບການປັບໂສມໃໝ່ຈາກລຸ້ນທີ່ເປີດຕົວ ເມື່ອເດືອນ ພຶດສະພາທີ່ຜ່ານມາ ແລະ Galaxy M13 5G
Galaxy M13 4G ໄດ້ຮັບການປັບປຸງໃຫ້ມີແບດເຕີລີ້ໃຫຍ່ຂື້ນມາຢູ່ທີ່ 6,000 mAh ສ່ວນສະເປັກອື່ນໆ ຍັງຄືເກົ່າ ບໍ່ວ່າຈະເປັນຈໍ LCD ຄວາມລະອຽດ Full HD+, ຊິເຊດ Exynos 850, ກ້ອງຫຼັກຄວາມລະອຽດ 50 ລ້ານພິກເຊລ ເສີມດ້ວຍກ້ອງ Ultrawide ຄວາມລະອຽດ 5 ລ້ານພິກເຊລ ແລະ ເຊັຍເຊີວັດໄລ່ຍະ ຄວາມລະອຽດ 2 ລ້ານພິກເຊລ

ສຳລັບ Galaxy M13 5G ນັ້ນ ມີສະເປັກທີ່ນ້າສົນໃຈດັ່ງນີ້

ໜ້າຈໍ LCD ຂະໜາດ 6.5 ນີ້ວ, ລີເຟສເລດ 90 Hz
ຊິບເຊດ MediaTek Dimensity 700
ແຣມ 4/6 GB
ຄວາມຈຸ 128 GB
ກ້ອງໜ້າ 5 ລ້ານພິເຊລ
ກ້ອງຫຼັງ 50 ລ້ານພິກເຊລ + 2 ລ້ານພິກເຊລ (ເຊັນເຊີວັດໄລ່ຍະ)
ແບດເຕີລີ້ 5,000 mAh, ຮອງຮັຍການສາກໄຟ 15 W
ລະບົບປະຕິບັດການ Android 12 ຄອບດ້ວຍ Samsung One UI Core 4

Galaxy M13 4G ມີລາຄາເລີ່ມຕົ້ນທີ່ 11,999 ລູປີ ຫຼືປະມານ 5,500 ບາດ ສຳຫຼັບລຸ້ນຄວາມຈຸ 4/64 GB ສ່ວນ Galaxy M13 5G ມີລາຄາເລີ່ມຕົ້ນທີ່ 13,999 ລູປີ ຫຼືປະມານ 6,400 ບາດ ສຳລັບລຸ້ນຄວາມຈຸ 4/64 GB ໂດຍຈະວາງຈຳໜ່າຍທີ່ອິນເດຍໃນວັນທີ 23 ກໍລະກົດ 2022 ນີ້
