
Miles Teller ເປີດເຜີຍວ່າ Tom Cruise ຢູ່ໃນການເຈລະຈາສໍາລັບ 'Top Gun 3'

ໄມລສ໌ ເທລເລີ (Miles Teller) ໄດ້ເປີດເຜີຍວ່າ Tom Cruise ຢູ່ໃນການເຈລະຈາເພື່ອສ້າງ 'Top Gun 3' ຫຼັງຈາກ 'Top Gun: Maverick' ທີ່ເຂົ້າສາຍໄປເມື່ອເດືອນມິຖຸນາ
ແນ່ນອນວ່າຈາກຄວາມສຳເລັດເລັດຂອງ 'Top Gun: Maverick', ເຮັດໃຫ້ຜູ້ສ້າງຢ່າງພາຣາເມົາ (Paramount) ແລະຄຣູຊ (Cruz) ໃນຖານະເປັນຜູ້ຜະລິດຮູບເງົາ ເລີ່ມວາງແຜນທີ່ຈະພັດທະນາໂປແຈັກພາກຕໍ່ຂອງແຟນຊາຍ (franchise) ນີ້ທັນທີ ເຊິ່ງເທເລີຜູ້ບອກເລົ່າໄດ້ອະທິບາຍເຖິງ 'Top Gun 3' ທີ່ແຟນໆ ຮຽກຮ້ອງນັ້ນອາດຈະບໍ່ຕ້ອງລໍຖ້າເຖິງ 36 ປີ ຄືພາກທີ່ແລ້ວ


“ຂ້ອຍຄິດວ່ານັ້ນເປັນສິ່ງທີ່ດີ ທີ່ເຮັດພາກຕໍ່ແຕ່ທັງຫມົດແມ່ນຂຶ້ນຢູ່ກັບ Cruise ວ່າຈະຈັ່ງໃດ ພວກເຮົາໄດ້ສົນທະນາກ່ຽວກັບເລື່ອງນີ້ແນ່ແລ້ວ ແຕ່ໃຫ້ລໍຖ້າເບິ່ງ.”
ເມື່ອວັນທີ 10 ກໍລະກົດນີ້ 'Top Gun: Maverick' ສ້າງລາຍຮັບໄດ້ 1,184 ລ້ານໂດລາສະຫະລັດໃນທົ່ວໂລກ, ກາຍເປັນຮູບເງົາທີ່ເຮັດລາຍໄດ້ສູງສຸດຂອງປີຢ່າງເປັນທາງການ ດັ່ງນັ້ນຈຶ່ງບໍ່ແປກໃຈທີ່ສະຕູດິໂອການຜະລິດ ພາຣາເມົາ (Paramount) ມີຄວາມສົນໃຈໃນການສືບຕໍ່ 'Top Gun 3'.

