
ຫນຸ່ມໂຕໂນ່ ໄດ້ເລີ່ມໂຄງການໃຫມ່ ເພື່ອລະດົມທຸນບໍລິຈາກແກ່ໂຮງຫມໍ ສປປ ລາວ

29 ກໍລະກົດ 2022 ຫນຸ່ມໂຕໂນ່ ພາຄິນ ໃຫ້ສຳພາດວ່າ ລາວມີແຜນຈະກັບຄືນມາເຮັດສິ່ງທີ່ດີເຊັ່ນ: ການລະດົມທຸນຫາເງິນຊ່ວຍເຫຼືອໂຮງໝໍຕ່າງໆ.
ຫນຸ່ມໂຕໂນ່ກ່າວວ່າ“ມີຄວາມຕັ້ງໃຈທີ່ຈະກັບຄືນໄປລອຍນໍ້າອີກ. ແຕ່ເທື່ອນີ້ເລືອກເອົາແມ່ນ້ຳຂອງ. ເພາະຂ້ອຍຮູ້ສຶກວ່າ ແມ່ນ້ຳຂອງ ເປັນແມ່ນ້ຳທີ່ສຳຄັນຂອງປະເທດ ທັງກ່ຽວກັບຄວາມເຊື່ອຖືຂອງຊາວອີສານເຊັ່ນດຽວກັນ.”

“ຂ້ອຍຕັ້ງໃຈຈະລອຍນ້ຳຈາກຝັ່ງໄທຂ້າມໄປລາວ ແລະຈາກລາວກັບໄທ. ຈະເລີ່ມຝຶກຊ້ອມໃນເດືອນກັນຍາ ແລະ ຄາດວ່າຈະລອຍນໍ້າໃນເດືອນຕຸລາ ໃຊ້ເວລາລອຍນໍ້າພຽງ 1 ມື້ເທົ່ານັ້ນ ແລະ ຍັງບໍ່ຕັ້ງເປົ້າໝາຍທີ່ຈະບໍລິຈາກ. ທຶນທັງໝົດແມ່ນມີຈຸດປະສົງບໍລິຈາກໃຫ້ແກ່ໂຮງໝໍນະຄອນພະນົມ ແລະ ໂຮງໝໍທ່າຂ້າມ, ສປປ ລາວ.”