
ຄົນທີ່ແຟນບານຜີນຳໂຕຫາ 2 ແຂ່ງແມນຢູ "ເທນຮ໊າກ" ພິກໂສມທີມລຸ້ນແຊ້ມໄດ້ແນ່ນອນ!
2ນັກເຕະລຸ້ນໃຫຍ່ຂອງສະໂມສອນ ເປັນກະບອກສຽງທີ່ຢືນຢັນແລ້ວວ່າ ເອຣິກ ເທນຮ໊າກ ຊ່ວຍປັບປຸງໂສມໜ້າທີມທີ່ຜິດພ້າດສູ່ທີມທີ່ດີຂື້ນໄໄດ້ໃນປີນີ້ຢ່າງແນ່ນອນ

ວັນຈັນທີ 25 ກໍລະກົດ 2022 ທີ່ຜ່ານມາ ປະມານ 1 ເດືອນແລ້ວທີ່ ແມນເຊສເຕີ້ຢູໄນເຕັດ ຍຸກໃໝ່ທີ່ນຳໂດຍ ເອຣິກ ເທນຮ໊າກ ໄດ້ເລີ່ມການຝຶກຊ້ອມ ແລະ ແກ້ໄຂຄວາມຄວາມຜິດພ້າດກັນຢ່າງໜັກ ຈົນສາມາດປິດສາກປີຊີຊັ້ນໄດ້ດ້ວຍຜົນງານໄຮ້ພ່າຍ
ເຊິ່ງທາງ ຈາດອນ ຊານໂຊ ແລະ ດຶໂອໂກ ດາໂລດ 2 ນັກເຕະຂອງທັບ "ຜີສາດແດງ" ແມນເຊສເຕີ້ຢູໄນເຕັດ ໄດ້ອອກມາຊື່ນຊົມການເຂົ້າມາຂອງ ເອຣິກ ເທນຮ໊າກ ຊ່ວຍເຂົ້າມາປ່ຽນແປງທີມທັງໃນດ້ານຂອງການຫຼີ້ນແລະທັດສະນະຄະຕິທີ່ປ່ຽນໄປ ແລະຄາດວ່າປີນີ້ຈະເປັນຊີຊັ້ນທີ່ດີຂອງສະໂມສອນຢ່າງແນ່ນອນ
ໂດຍທາງ ຊານໂຊ ກ່າວວ່າຊີຊັ້ນທີ່ເເລ້ວເປັນປີທີ່ບໍ່ດີເລີຍຂອງສະໂມສອນແລະເຮັດໃຫ້ແຟນບານຜິດຫວັງຫຼາຍ
ໄດ້ແຕ່ຫວັງວ່າຊີຊັນນີ້ຈະເປັນປີທີ່ທຸກຄົນໃນທີມຈະຊ່ວຍກັນຊົດໃຊ້ສິ່ທີ່ແຟນບານຜິດຫວັງມາຕະຫຼອດ ແລະຍິ່ງໄປກວ່ານັ້ນ ເອຣິກ ເທນຮ໊າກ ເຂົ້າມາຊ່ວຍປັບປຸງທີມໄປໃນທາງທີ່ດີຂື້ນເລື່ອຍໆ
"ປີທີ່ແລ້ວມັນບໍ່ຄ່ອຍດີເລີຍ ແລະ ຂ້ອຍຮູ້ສຶກວ່າທຸກຄົນມີມີບາງຢ່າງທີ່ຕ້ອງພິສູດສຳລັບລະດູການທີ່ກຳລັງຈະມາຮອດ ເຮົາບໍ່ຕ້ອງການມີຟອມຄືປີທີ່ຜ່ານມາ ແລະເຮັດໃຫ້ແຟນໆບໍ່ພໍໃຈ ແຟນບານບາງຄົນໃຊ້ເວລາເດີນທາງເປັນວາລາດົນເພື່ອໄປທີ່ສະໜາມ ແລະເຫັນທີມເຮົາມີຟອມທີ່ບໍ່ດີເລີຍ"

"ຂ້ອຍແນ່ໃຈວ່າປີນີ້ທຸກຄົນຊົດໃຊ້ສິ່ງເຫຼົ່ານັ້ນ ແລະເຮັດໃຫ້ແນ່ໃຈວ່າທຸກເກມທີ່ເຮົາຫຼິ້ນເຮົາທຸ້ມເທເຕັມ 100 ເປີເຊັນ ແລະເຮັດໃຫ້ແນ່ໃຈວ່າແຟນໆຈະໄດ້ທີ່ຍິ້ມແຍ້ມໃນຕອນຈົບເກມ ການຊ້ອມໂດຍສະເພາະຢ່າງຍິ່ງໃນຊ່ວງປຣີຊີຊັ້ນເປັນໄປໃນທາງທີ່ດີຫຼາຍ ແລະນັກເຕະທຸກຕົນກັບຟັງໃນສິ່ງທີ່ເຂົາເວົ້າ (ເທນຮ໊າກ)"
"ເຈົ້າສາມາດເຫັນມັນໄດ້ຢູ່ໃນເກມ ເຮົາສ້າງໂອກາດໄດ້ຫຼາຍຂື້ນ ເກັບບານໄດ້ຫຼາຍຂື້ນ ແລະເຮັດສິ່ງດີໆໃນສະໄຕລ໌ທີ່ເຮົາກຳລັງຫຼິ້ນຢູ່ ປຣີຊີຊັນເທື່ອນີ້ນັກເຕະເຮົາກໍຄືເກົ່າ ແຕ່ເບິ່ງຄືຈະເເຕກຕ່າງອອກໄປຫຼາຍ ແລະຂ້ອຍຄິດວ່ານັ້ນແຫຼະຄືສິ່ງທີ່ເຮົາກຳລັງເັຮດຢູ່ ແລະຍັງຮູ້ສຶກວ່ເຮົາກຳລັງພັດທະນາໄປໃນທາງດີຂື້ນ ຜູ້ຈັດການທີມມີຄວາມຜູ້ກພັນໃນທີມຫຼາຍ ແລະຍັງມ່ວນຊື່ນຮ່ວມກັນ ແລະເຮັດໃນສິ່ງຕ່າງໆກິດຈະກຳຕ່າງໆຮ່ວມກັນ"
ໃນຂະນະດຽວກັນທາງດາໂລດໄດ້ກ່າວເຖິງການເປີດເຜີຍຄລິບວ່າ ເອຣິກ ເທນຮ໊າກ ຮ້ອງດ່ານັກເຕະໃນທີມຫຼາຍໆຄົນນັ້ນເປັນປະໂຫຍດກັບທີມຫຼາຍ ເພື່ອຫວັງຈະປັບປຸງ ແລະ ແກ້ໄຂຂໍ້ຜິດພ້າທຸກຢ່າງທີ່ມີຢູ່ ແລະເພື່ອໃຫ້ທີມກ້າວໄປທ່າງໜ້າກວ່າປະຈຸບັນ

"ມັນວິໃນຄືຄວາມຮ່ວມມືເຮົາຕ້ອງມີຄວາມພ້ອມສໍາລັບສິ່ງນັ້ນເພື່ອກຽມພ້ອມທີ່ຈະໄດ້ຍິນໃນສິ່ງທີ່ຕ້ອງການບໍ່ຢາກໄດ້ຍິນ ແຕ່ຂ້ອຍຄິດວ່າທຸກຢ່າງເປັນໄປເພື່ອປະໂຫຍດຂອງທີ ແລະສິ່ງທີ່ສຳຄັນທີ່ສຸດ ເຮົາຕ້ອງມີສະຕິບໍ່ແມ່ນພຽງແຕ່ ຟູບແບກ ແຕ່ຕ້ອງທຸກຄົນພ້ອມ ຕ້ອງອ່ານເກມຢູ່ຕະຫຼອດ ຈິດໃຈຂອງເຮົາຕ້ອງເຊື່ອມຕໍ່ກັນຕະຫຼອດເວລາ ແລະຫວັງວ່າເຮົາຈະສາມາດປັບປຸງໄດ້ອີກແລະມູ່ງໜ້າສູ່ລະດູການ”
" ຂ້ອຍຮູ້ສຶກວ່າພວກເຮົາເລີ່ມຕົ້ນຈາກສູນ ຜູ້ຈັດການທີມຄົນໃຫມ່ ແລະສິ່ງໃຫມ່ໆ ແລະພວກເຮົາຕັ້ງຕາລໍຄອຍທີ່ຈະຮ່ວມງານກັບພວກເຂົາ ເຮົາຈຳເປັນຕ້ອງສ້າງທີມ ທີມງານ ສະໂມສອນ ທຸກຄົນຕ້ອງຮ່ວມມືກັນແລະ ກ້າວໄປທາງໜ້າອີກ".