top of page

Yula.la ແລະ Laorealestate.la ຈັດງານມະຫະກຳອະສັງຫາລິມະຊັບຄັ້ງທຳອິດໃນລາວ










Yula.la ແລະ Laorealestate.la ຈັດງານມະຫະກຳອະສັງຫາລິມະຊັບຄັ້ງທຳອິດໃນລາວ ໂດຍຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ທີ່ໂຮງແຮມດອນຈັນພາເລດ ໃນວັນສຸກ ແລະ ວັນເສົາ ທີ 1 ເຖິງ 2 ມີນາ 2019 ນີ້. ເຂົ້າຮ່ວມງານຟຣີ


ງານມະຫະກຳອະສັງຫາລິມະຊັບ 2019 (Laorealestate.la Expo 2019) ນີ້ ແມ່ນຈະນຳເອົາບັນດາ ກຸ່ມຄົນ ແລະ ບໍລິສັດຊັ້ນນຳຕ່າງໆໃນລາວເຂົ້າຮ່ວມໃນງານເຊັ່ນ: ນັກພັດທະນາໂຄງການ, ສະຖາປະນິກ, ຜູ້ຮັບເໝົາກໍ່ສ້າງ, ນາຍໜ້າອະສັງຫາ, ຄົນຂາຍທີ່ດິນ, ທະນາຄານທີ່ປ່ອຍສິນເຊື່ອບ້ານ, ບໍລິສັດປະກັນໄພ ,ບໍລິສັດດ້ານກົດໝາຍ ລວມທັງນັກລົງທຶນອະສັງຫາຈາກຕ່າງປະເທດ. ໃນນັ້ນແມ່ນມີການໂຮມເອົາຫຼາຍກວ່າ 40 ບູທວາງສະແດງໄວ້ທີ່ນີ້ທີ່ດຽວ ເຊິ່ງມີພຽງ 2 ມື້ເທົ່ານັ້ນ ແລະ ຄາດວ່າຈະມີຜູ້ເຂົ້າຮ່ວມຫຼາຍກວ່າ 3000 ຄົນ ທັງພາຍໃນ ແລະ ຕ່າງປະເທດ. ແບຣນລົດຫຼູຕ່າງໆທີ່ມີໃນລາວ ແລະ ບັນດາທຸລະກິດທີ່ກ່ຽວຂ້ອງ ແມ່ນຈະຈັດວາງສະແດງທີ່ດ້ານໜ້າທາງເຂົ້າຂອງງານ.

ນອກຈາກນີ້, Laorealestate.la Expo 2019 ຍັງມີຫ້ອງສຳມະນາ ທີ່ມີການຈັດສຳມະນາຫຼາຍກວ່າ 20 ຫົວຂໍ້ ໂດຍຕົວແທນຈາກບໍລິສັດອະສັງຫາຊັ້ນນຳໃນລາວ. ເຊິ່ງມີຜູ້ຊ່ຽວຊານດ້ານການພັດທະນາອະສັງຫາ, ນັກເສດຖະສາດ, ທະນາຍ, ນັກການເງິນ ແລະ ພະນັກງານລັດຖະກອນ. ຈະມີແຂກຕ່າງຊາດເຂົ້າຮ່ວມບັນລະຍາຍທີ່ຫ້ອງສຳມະນາ ແລະ ສຶກສາການຕະຫຼາດອະສັງຫາໃນລາວ. ການສຳມະນາຄັ້ງນີ້ແມ່ນເນັ້ນການໃຫ້ຄວາມຮູ້ແກ່ຜູ້ຊື້ ແລະ ຜູ້ຂາຍ ກ່ຽວກັບສະພາບການລົງທຶນໃນລາວ, ຂໍ້ບັງຄັບ, ຂໍ້ດີ - ຂໍ້ເສຍ ແລະ ຄຳແນະນຳສຳລັບທັງຜູ້ຊື້ບ້ານຫຼັງທຳອິດ ແລະ ຜູ້ທີ່ມີປະສົບການໃນການຊື້ມາກ່ອນ. ໃນການສຳມະນາທັງໝົດຈະມີການແປຜ່ານຫູຟັງທັງພາສາລາວ, ອັງກິດ ແລະ ຈີນ.

ຄັ້ງທຳອິດໃນປະຫວັດສາດ ທີ່ມີການລວມເອົາບັນດາບໍລິສັດຊັ້ນນຳຈາກອຸດສາຫະກຳອະສັງຫາລິມະຊັບມາໄວ້ບ່ອນດຽວກັນ ເຊິ່ງເປັນໂອກາດດີທີ່ຜູ້ຊື້ພາຍໃນປະເທດ ແລະ ນັກລົງທຶນຕ່າງຊາດ ໄດ້ສຳຫຼວດໂອກາດໃນການລົງທຶນດ້ານອະສັງຫາທີ່ເໝາະສົມທີ່ສຸດ. ຜູ້ຂາຍອະສັງຫາ ແລະ ນັກການເງິນຈະມີໂປຣໂມຊັ້ນຕ່າງໆໃຫ້ແກ່ແຂກທີ່ເຂົ້າຮ່ວມອີກດ້ວຍ.

ບັນດາບໍລິສັດຕ່າງໆທີ່ຕ້ອງການເປີດກວ້າງແບຣນຂອງທ່ານ ແລະ ສ້າງສາຍສຳພັນໃໝ່ໆກັບກຸ່ມທຸລະກິດອື່ນໆ ແມ່ນໃຫ້ຮີບດ່ວນຈອງບູທ ເພາະບູທຂອງເຮົາແມ່ນມີຈຳນວນຈຳກັດ. ຢ່າລໍຊ້າ! ເພື່ອຍົກລະດັບແບຣນຂອງທ່ານ ສາມາດຈອງບູທເພື່ອຈັດວາງສະແດງ ຫຼື ເປັນຜູ່ຮ່ວມສະໜັບສະໜູນໄດ້ຕາມລິ້ງນີ້ເລີຍhttps://realestatekh.lpages.co/lao-real-estate-expo-2019-e…/ ສາມາດຕິດຕໍ່ໄດ້ທີ່ເບີ: +856 20 55 550 906 | ຫຼື ອີເມວ contact@yula.la

ຜູ້ເຂົ້າຮ່ວມງານກໍສາມາດລົງທະບຽນໄດ້ເຊັ່ນກັນ ເພື່ອຮັບຂໍ້ມູນຂ່າວສານໃໝ່ໆ ແລະ ລຸ້ນຮັບຂອງລາງວັນຕ່າງໆຈາກພວກເຮົາ. ກົດເຂົ້າໄປທີ່ລິ້ງນີ້ໄດ້ເລີຍhttps://realestatekh.lpages.co/lao-real-estate-expo-2019-a…/ ລົງທະບຽນຟຣີ! ແລະ ເຮົາຍັງມີຊ່ອງທາງໃຫ້ຕິດຕາມໄດ້ທາງ Facebook:https://www.facebook.com/events/2192522880987586/ ອີກດ້ວຍ.

31 views0 comments
bottom of page