top of page

ງານ "ງານເດີນແບບການກຸສົນເພື່ອຊ່ວຍເຫລືອແມ່ຍິງ ແລະ ເດັກນ້ອຍຜູ້ທຸກຈົນທີ່ຢູ່ຫ່າງໄກສອກຫລີກ"

ໃນວັນທີ 16 ຕຸລາ 2020 ທີ່ຜ່ານມາ ທີ່ສູນວາງສະແດງສິນຄ້າລາວໄອເຕັກ


ສໍາລັບງານນີ້ຈັດຂຶ້ນ ໂດຍສືບເນື່ອງມາໃນແຕ່ລະປີ ທາງສະມາຄົມ ຫັດຖະກຳລາວ ໄດ້ຈັດງານມະຫາກໍາສີມືຫັດຖະກໍາລາວມາໂດຍຕະຫຼອດເຊິ່ງປີນີ້ໄດ້ຈັດເປັນປີທີ 19 ແລ້ວ ແລະ ທີ່ສຳຄັນ ງານຄໍ່າຄືນນີ້ ຍັງເປັນການສະເຫຼີມສະຫຼອງວັນ ຫັດຖະກໍາແຫ່ງຊາດ ວັນທີ 01 ພະຈິກອີກດ້ວຍພ້ອມນີ້ ເພື່ອໃຫ້ໄດ້ເນື້ອໃນຈິດໃຈຍິ່ງຂຶ້ນ, ຈິ່ງໄດ້ຈັດງານເດີນແບບການກຸສົນຂື້ນໃນຄໍ່າຄືນນີ້ ເພື່ອລະດົມທຶນຊ່ວຍເຫຼືອແມ່ຍີງ ແລະ ເດັກນ້ອຍຜູ້ທຸກຍາກຫ່າງໄກສອກຫຼີກນຳອີກດ້ວຍ.

ການເດີນແບບເສື້ອຜ້າອາພອນລາວໃນຄຳ່ຄືນນີ້ ໄດ້ຮັບກຽດຈາກຄອບຄົວການນຳ ແລະ ນັກທຸລະກິດຍິງທີ່ຮັກຫອມ ແລະ ຢາກອານຸລັກວັດທະນະທຳ ຮີດຄອງປະເພນີອັນສວຍງາມຂອງລາວເຮົາ, ນອກຈາກນັ້ນ ພິເສດໃນຄຳ່ຄືນນີ້ພວກເຮົາຍັງໄດ້ຮັບກຽດຈາກຄອບຄົວນັກການທູດ ແລະ ອົງການຈັດຕັ້ງສາກົນທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນການປະຍຸກແຜ່ນແພລາວໃຫ້ມີຄວາມຫຼາກຫຼາຍ, ອີກລາຍການໜຶ່ງທີ່ມີຄວາມໝາຍຄວາມສຳຄັນຂອງພວກເຮົາໃນຄ່ຳຄືນນີ້ ແມ່ນການປະມູນເຄື່ອງຫັດຖະກຳເພື່ອເປັນການສົມທົບກອງທຶນຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍຜູ້ທຸກຈົນ.


















10 views0 comments
bottom of page