top of page

ງານລ້ຽງມອບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ 2020 (ASEAN Business Awards Laos 2020).

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (LNCCI) ພາຍໃຕ້ການສະໜັບສະໜູນໂດຍໂຄງການ RELATED ຂອງ ໂຄງການຮ່ວມມື ລາວ-ເຢຍລະມັນ (GIZ) ໄດ້ຈັດງານລ້ຽງ “ມອບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ປະຈຳປີ 2020 ” (ASEAN Business Awards Laos 2020) ຂື້ນໃນຕອນຄໍ່າຂອງວັນສຸກ, ວັນທີ 23 ຕຸລາ 2020 ທີ່ຜ່ານມາ ກ່າວເປີດງານໂດຍ ທ່ານ ທະນົງສິນ ກັນລະຍາ ໃນນາມສະມາຊິກສະພາທີ່ປຶກສາທຸລະກິດອາຊຽນ ແລະ ທັງເປັນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ກ່າວຕ້ອນຮັບ ພະນະ ທ່ານ ສົມດີດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ Jens Peter Luetkenherm ເອກອັກຄະລັດຖະທູດສະຫະພັນເຢຍລະມັນ ປະຈຳລາວ ແລະ ບັນດາຜູ້ຊົງກຽດຈາກບັນດາທຸລະກິດລາວ, ນັກການທູດປະຈຳລາວ ແລະ ຜູ້ສື່ຂ່າວ ລວມເຖິງບັນດານັກທຸລະກິດ ທີ່ ຊະນະເລີດໄດ້ຮັບ “ລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ປະຈຳປີ 2020 (ASEAN Business Awards Laos 2020) .



ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ກ່າວວ່າຈຸດປະສົງຕົ້ນຕໍຂອງການຈັດງານມອບລາງວັນທຸລະກິດອາຊຽນ ແຫ່ງສປປລາວ (ABA Laos) ລາວແມ່ນເພື່ອຮັບຮູ້ວິສາຫະກິດທີ່ມີຊື່ສຽງໃນລາວທີ່ມີຄວາມຄິດສ້າງສັນ ແລະ ຕອບສະຫນອງຕໍ່ຄວາມຕ້ອງການຂອງຕະຫຼາດລາວ ໄດ້ເນັ້ນໃຫ້ເຫັນວ່າຜູ້ຊະນະເລີດໃນຄ່ຳຄືນນີ້ມີຄວາມພ້ອມທີ່ຈະແຂ່ງຂັນບໍ່ພຽງແຕ່ຢູ່ໃນປະເທດລາວເທົ່ານັ້ນແຕ່ລວມເຖິງໃນລະດັບພາກພື້ນອີກດ້ວຍ.





ນອກນີ້ຍັງເປັນການສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຫົວໜ່ວຍທຸລະກິດໃນແຕ່ລະຂະແໜງການ ແລະ ເພື່ອຍ້ອງຍໍຊົມເຊີຍຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ. ງານລາງວັນນີ້ແມ່ນຢູ່ພາຍໃຕ້ກອບວຽກລະດັບພາກພື້ນທີ່ເອີ້ນວ່າ ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ແລະ ການຈັດງານທຸລະກິດດີເດັ່ນ ອາຊຽນ, ບັນດາວຽກງານເຫລົ່ານີ້ແມ່ນຈະຢູ່ພາຍໃຕ້ການຊີ້ນໍາ ແລະ ຈັດຕັ້ງປະຕິບັດໂດຍສະພາທີ່ປຶກສາທຸລະກິດອາຊຽນ (ASEAN-BAC). ABA Laos 2020 ເປີດກວ້າງຕໍ່ສະມາຊິກ ສຄອ ແຫ່ງຊາດລາວ ແລະ ທຸກໆຫົວໜ່ວຍທຸລະກິດໃນລາວ ທີ່ລົງທະບຽນຖືກຕ້ອງຕາມກົດໝາຍ, ບໍ່ວ່ານ້ອຍ ຫຼື ໃຫຍ່ ກໍ່ສາມາດສົ່ງເຂົ້າມາສະໝັກຊິງລາງວັນໃນຂະແໜງການຕ່າງໆໄດ້.

ໃນປີນີ້ປະເພດຂອງ ABA Laos ທີ່ກໍານົດໄວ້ແມ່ນສອດຄ່ອງກັບຄວາມຕ້ອງການຂອງລາງວັນທຸລະກິດອາຊຽນ 2020 (ASEAN Business Award 2020) ເຊິ່ງຈະຈັດຂຶ້ນ ທີ່ ສສ. ຫວຽດນາມ ໃນເດືອນພະຈິກປີ 2020. ນອກຈາກນັ້ນຕົວແທນຄະນະຜູ້ຕາງຫນ້າຂອງສະຖາບັນການສຶກສາລາວ ແລະ ພາກທຸລະກິດໄດ້ຮ່ວມມືກັບບໍລິສັດ KPMG ຮັບປະກັນຄວາມໂປ່ງໃສ, ຄວາມຍຸດຕິທໍາ ແລະ ຄວາມເປັນມືອາຊີບເຂົ້າໃນຂະບວນການຄັດເລືອກ ແລະ ຕັດສິນຜູ້ຊະນະເລີດໄດ້ຮັບລາງວັນ.

ເຊິ່ງ ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເນັ້ນຫນັກກ່ຽວກັບຄວາມສໍາຄັນຂອງເວທີດັ່ງກ່າວນີ້ໃນການສົ່ງເສີມຄວາມຫມັ້ນໃຈໃຫ້ແກ່ຜູ້ປະກອບການ SMEs ລາວທີ່ໄດ້ປະສົບຜົນສໍາເລັດໃນການເຮັດທຸລະກິດທີ່ຫນ້າເຊື່ອຖື ແລະ ມີຄວາມຮັບຜິດຊອບໃນ ສປປ ລາວ. ການຮັບຮູ້ມາດຕະຖານສູງດັ່ງກ່າວຈະເຮັດໃຫ້ທຸລະກິດລາວມີຄວາມຫນ້າເຊື່ອຖືຫຼາຍ ແລະ ຈະກາຍເປັນຂົງເຂດທີ່ມີຄວາມຫມັ້ນໃຈໃນການນໍາໃຊ້ສະມາຄົມເສດຖະກິດອາຊຽນຢ່າງເຕັມສ່ວນ.

ພາຍໃນງານລ້ຽງມອບລາງວັນໃນຄັ້ງນີ້, ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ ໄດ້ນໍາສະເຫນີວິດີໂອກ່ຽວກັບຜູ້ທີ່ໄດ້ຮັບລາງວັນໃນຄັ້ງທີ່ຜ່ານມາ ທີ່ເອີ້ນວ່າ "ເສັ້ນທາງສູ່ຄວາມສໍາເລັດ" ໄດ້ສະແດງໃຫ້ເຫັນປະສົບການທີ່ຫນ້າຊື່ນຊົມຂອງຜູ້ຊະນະເລີດໄດ້ຮັບລາງວັນທີ່ຜ່ານມາຈາກລາວໃນງານມອບລາງວັນທຸລະກິດອາຊຽນ. ການເຂົ້າຮ່ວມຂອງພາກທຸລະກິດລາວໃນງານມອບລາງວັນທຸລະກິດອາຊຽນໄດ້ຮັບຜົນສໍາເລັດໃນແງ່ການເພີ່ມທະວີການເບິ່ງເຫັນ ແລະ ຕິດຕໍ່ທຸລະກິດໃຫມ່ທີ່ມີຄຸນຄ່າກັບທຸລະກິດຈາກບັນດາປະເທດສະມາຊິກອາຊຽນ ແລະ ອື່ນໆ.











19 views0 comments
bottom of page