top of page

“ຕາດແຊປ່ອງໄລ” ນໍ້າຕົກສຖດອະລັງການ ສະຫວັນແຫ່ງໃໝ່ຈາກ ສປປ ລາວ


ຕາດແຊປ່ອງໄລ ເມືອງສະໜາມໄຊ ແຂວງອັດຕະປື ພາກໃຕ້ສຸດຂອງ ສປປ ລາວ


ຫາກຈະເວົ້າເຖິງສະຖານທີ່ທ່ອງທ່ຽວໃນ ສປປ ລາວ ແລ້ວແຕ່ລະຄົນຄົງຈະມີສະຖານທີ່ງາມໆໃນດວງໃຈແຕກຕ່າງກັນບໍ່ວ່າຈະເປັນວັດ ຫຼື ແຫຼ່ງທ່ອງທ່ຽວທາງທໍາມະຊາດຊື່ດັງ ຖ້າວ້າເຮົາໄດ້ຄົ້ນພົບສະຫວັນແຫ່ງໃໝ່ຂອງນັກທ່ອງທ່ຽວ ສຸດອະລັງການແຫ່ງ ສປປ ລາວ ທີ່ມີຊື່ວ່າ: “ຕາດແຊປ່ອງໄລ” ເຊິ່ງຢູ່ທາງພາກໃຕ້ສຸດຂອງປະເທດ. ເຮົາເດີນທາງຈາກ ຈັງຫວັດອຸບົນລາດຊະທານີ ໄປຍັງດ່ານຊ່ອງເມັກ ລະຫວ່າງນັ້ນກໍມີສິ່ງທີ່ໜ້າຕື່ນຕາຕື່ນໃຈຕະຫຼອດເສັ້ນທາງ ບໍ່ວ່າຈະເປັນຕາດເຊກະຕາມ ຕາດໂອ້ ທົ່ງນາຂຽວສອງຝາກທາງ ເມກໝອກ ແລະ ພູເຂົາ ໃນຊ່ວງລະດູຝົນໃຫ້ເຮົາໄດ້ຖ່າຍຮູບກັນຢ່າງແບບເພີດເພີນ ໃຊ້ເວລາປະມານ 8 ຊົ່ວໂມງເຮົາກໍມາເຖິງທີ່ໝາຍ




ຕາດເຊກະຕາມ


ຕາດໂອ້


ເຮົາຕ້ອງເສຍຄ່າເຂົ້າຊົມນໍ້າຕົກກ່ອນ ເຊິ່ງຕາດແຊຢູ່ຫ່າງຈາກຈຸດກາງເຕັ້ນຂອງເຮົາໄປ 1 ກິໂລແມັດ ແຕ່ຍ້ອນມີຕົ້ນໄມ້ຫຼາຍ ແລະ ຫາມຸມຖ່າຍຮູບໄດ້ຍາກ ເຮົາຈຶ່ງຕັດສິນໃຈເດີນທາງໄປຍັງຕາດແຊປ່ອງໄລ ເຊິ່ງຢູ່ຫ່າງອອກໄປອີກ 8 ກິໂລແມັດ ເຮົາຄົ້ນພົບວ່າ ທີ່ນີ້ແມ່ນສະຫວັນສຸດອະລັງການ ຍາມທີ່ແສງຕາເວັນຄ້ອຍຄໍ່າລົງ ສ່ອງແສງກະທົບກັບລະອອງນໍ້າເຮັດໃຫ້ເກີດສາຍລຸ້ງກິນນໍ້າທີ່ສະກົດສາຍຕາຂອງພວກເຮົາໄວ້ ອຸປະສັກທີ່ເຮົາຕ້ອງພົບແມ່ນ ລະອອງນໍ້າທີ່ເດັນມາຕະຫຼອດ ຕ້ອງກຽມຜ້າໄວ້ເຊັດກ້ອງຢູ່ສະເໝີ


ຕອນແລງມື້ທໍາອິດທີ່ເຮົາໄປເຖິງ ນໍ້າປ່າຈາກຕາດແຊປ່ອງໄລ ກໍອອກມາຕ້ອນຮັບເນື່ອງຈາກເປັນລະດູຝົນ ຈາກເດີມທີ່ຕັ້ງໃຈວ່າຈະຖ່າຍຮູບທັງເຊົ່້າແລະແລງ ເຮົາໄດ້ຖ່າຍສະເພາະຕອນແລງ ເພາະຕອນເຊົ້າຝົນຕົກທຸກມື້ ເມື່ອໃກ້ໝົດລະດູຝົນເຮົາຈະກັບໄປຍັງສະຫວັນແຫ່ງນີ້ອີກຄັ້ງແນ່ນອນ








72 views0 comments
bottom of page