top of page

ທ່ານ ພູວົງ ພະມີສິດ

Updated: Oct 11, 2018



ກວ່າ 30 ປີທີ່ສ້າງຊື່ໃນທຸລະກິດຄໍາຈົນສາມາດນໍາພາ “ຄໍາພູວົງ” ກ້າວຂຶ້້ນສູ່ການເປັນອັນດັບໜຶ່ງຂອງຮ້ານຄໍາໃນ ສປປ ລາວ ກ່າວໄດ້ວ່າ ທ່ານ ພູວົງ ພະມີສິດ ເປັນນັກທຸລະກິດປະສົບການສູງ ແລະ ມີຄວາມສາມາດຈົນກາຍເປັນໜຶ່ງໃນຕໍານານທີ່ຫຼາຍຄົນຍົກໃຫ້ເປັນຕົ້ນແບບຂອງການຕໍ່ສູ້ ແລະ ຝ່າຟັນຈົນປະສົບຄວາມສໍາເລັດທຸກວັນນີ້ ທຸລະກິດທີ່ປັ້ນມາກັບມືພ້ອມຈະສົ່ງຕໍ່ໄປຍັງລຸ້ນລູກ ຄວາມທ້າທາຍຄັ້ງໃໝ່ກໍຍັງຖ້າຢູ່ເບື້ອງໜ້າກັບໂຄງການ “ສວນພຶກສາ” ທີ່ທ່ານ ພູວົງ ມຸ້ງຫວັງໄວ້ວ່າຈະປຸກປັ້ນສ້າງໃຫ້ເປັນສະຖານທີ່ແຫ່ງຄວາມຮັກ ແລະ ຄວາມສຸກຂອງປະຊາຊົນລາວ ແລະ ຜູ້ຄົນທີ່ໄດ້ໄປເຍືອນ

กว่า 30 ปีที่สร้างชื่อในธุรกิจทองจนสามารถนำพา “ทองคำภูวงศ์” ก้าวขึ้นสู่การเป็นอันดับหนึ่งของร้านทองใน สปป.ลาวได้อย่างเต็มภาคภูมิ กล่าวได้ว่า ภูวงศ์ พระมีสิทธิ์ คือนักธุรกิจมากประสบการณ์และความสามารถ ผู้กลายเป็นหนึ่งในตำนานที่หลายคนยกให้เป็นต้นแบบของการต่อสู้และฝ่าฟันจนประสบความสำเร็จ วันนี้เมื่อธุรกิจที่ปั้นมากับมือพร้อมจะส่งต่อไปยังรุ่นลูก ความท้าทายครั้งใหม่ก็รออยู่เบื้องหน้ากับโครงการ “สวนพฤกษา” ที่คุณภูวงศ์มุ่งหวังไว้ว่าจะปลุกปั้นสร้างให้เป็นสถานที่แห่งความรักและความสุขของประชาชนชาวลาวและผู้คนที่ได้ไปเยือน



ຫາກກ່າວຖາມຄົນລາວເຖິງຮ້ານຄໍາທີ່ຜູກພັນຄຸ້ນເຄີຍເຊື່ອວ່າ “ຄໍາພູວົງ” ໜ້າຈະເປັນອັນດັບທໍາອິດທີ່ຫຼາຍຄົນນຶກເຖິງ ເພາະຕະຫຼອດ 3 ທົດສະວັດໃນທຸລະກິດນີ້ ຮ້ານຄໍາພູວົງພາຍໃຕ້ການນໍາພາຂອງທ່ານ ພູວົງ ພະມີສິດ ຍຶດໝັ້ນໃນມາດຕະຖານ ແລະ ຄຸນະພາບໃນການໃຫ້ບໍລິການມາຢ່າງສະໝໍ່າສະເໝີ ຈົນກາຍເປັນຮ້ານຄໍາໃນດວງໃຈຂອງໃຜຫຼາຍໆຄົນ ໂດຍມີສະໂລແກນຄຸ້ນໆຫູ “ງາມ ດີ ທົນ” ເປັນທີ່ຈົດຈໍາ ມື້ນີ້ເມື່ອທຸລະກິດເຕີບໂຕຢ່າງໝັ້ນຄົງ ແລະ ແຂງແຮງ ທ່ານ ພູວົງ ທີ່ຕໍ່ສູ້ຟັນຝ່າບັນຫາຕ່າງໆດ້ວຍຄວາມອົດທົນ ແລະ ມຸ້ງໝັ້ນເຮັດວຽກໜັກມາໂດຍຕະຫຼອດກໍພ້ອມທີ່ຈະສົ່ງຕໍ່ທຸລະກິດທີ່ຮັກໃຫ້ທາຍາດລຸ້ນລູກເຊິ່ງ ຄຸກຄີ ແລະ ເຂົ້າໃຈເຖິງປັດຊະຍາຂອງການເຮັດວຽກໃນທຸລະກິດນີ້ເປັນຢ່າງດີ ເຂົ້າມາຮັບຊ່ວງສານຕໍ່ ກ່ອນທີ່ຜູ້ເປັນພໍ່ຈະຫັນໄປລິເລີ່ມໂຄງການໃໝ່ເຊິ່ງແຕກຕ່າງຈາກທຸລະກິດເດີມທີ່ຄຸ້ນເຄີຍຢ່າງສິ້ນເຊີງ ກັບ “ສວນພຶກສາ” ແຫຼ່ງທ່ອງທ່ຽວແນວທາງນິເວດວິທະຍາທີ່ທໍາອິດກ່ອນເລີ່ມຫວັງໄວ້ພຽງແຕ່ຈະສ້າງເປັນສະຖານທີ່ພັກຜ່ອນສ່ວນຕົວໃນຊ່ວງອາຍຸທີ່ຫຼາຍຂຶ້ນ ແຕ່ດ້ວຍການເລັງເຫັນປະໂຫຍດທີ່ຈະມີຕໍ່ບ້ານເມືອງ ແລະ ປະຊາຊົນໃນພື້ນທີ່ ທ່ານ ພູວົງ ຈຶ່ງຕັດສິນໃຈປະຄວາມສຸກສ່ວນຕົວແລ້ວເນລະມິດພື້ນທີ່ກວ່າ 300 ໄຮ່ ໃຫ້ເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ຂອງນະຄອນຫຼວງວຽງຈັນ


หากเอ่ยถามคนลาวถึงร้านทองที่ผูกพันคุ้นเคยเชื่อว่า “ทองคำภูวงศ์” น่าจะเป็นอันดับแรกๆ ที่หลายคนนึกถึง เพราะตลอด 3 ทศวรรษในธุรกิจนี้ ร้านทองคำภูวงศ์ภายใต้การนำพาของคุณภูวงศ์ พระมีสิทธิ์ ยึดมั่นในมาตรฐานและคุณภาพในการให้บริการมาอย่างสม่ำเสมอ จนกลายเป็นร้านทองในดวงใจของใครหลายคน โดยมีสโลแกนคุ้นหู “งาม ดี ทน” เป็นที่จดจำ วันนี้เมื่อธุรกิจเติบโตอย่างมั่นคงและแข็งแรง คุณภูวงศ์ที่ต่อสู้ฟันฝ่าปัญหาต่างๆ ด้วยความอดทนและมุ่งมั่นทำงานหนักมาโดยตลอดก็พร้อมที่จะส่งต่อธุรกิจที่รักให้ทายาทรุ่นลูกซึ่งคลุกคลีและเข้าใจถึงปรัชญาของการทำงานในธุรกิจนี้เป็นอย่างดีเข้ามารับช่วงสานต่อ ก่อนที่ผู้เป็นพ่อจะหันไปริเริ่มโครงการใหม่ซึ่งแตกต่างธุรกิจเดิมที่คุ้นเคยอย่างสิ้นเชิงกับ "สวนพฤกษา" หรือ Pheuksa Garden แหล่งท่องเที่ยวเชิงนิเวศวิทยาที่แรกเริ่มเดิมทีหวังไว้เพียงว่าจะทำให้เป็นสถานที่พักผ่อนส่วนตัวในช่วงวัยที่มากขึ้น แต่ด้วยเล็งเห็นประโยชน์ที่จะมีต่อบ้านเมืองและประชาชนในพื้นที่ คุณภูวงศ์จึงตัดสินใจละความสุขส่วนตัวแล้วเนรมิตพื้นที่กว่า 300 ไร่ให้เป็นแหล่งท่องเที่ยวแห่งใหม่ของเวียงจันทน์

ຂ້າພະເຈົ້າໄດ້ແຮງບັນດານໃຈຈາກຕອນທີ່ຂ້າພະເຈົ້າໄດ້ເດີນທາງໄປທ່ອງທ່ຽວໃນຕ່າງປະເທດ ແຕ່ມີປະເທດໜຶ່ງເຊິ່ງແທບຈະບໍ່ມີນໍ້າ ແລະ ດິນກໍເຕັມໄປດ້ວຍຊາຍ ບໍ່ເໝາະແກ່ການປູກເພະາໃດໆເລີຍ ແຕ່ພັດມີຕົ້ນໄມ້ຊະນິດໜຶ່ງທີ່ເຕີບໃຫຍ່ໄດ້ ແລະ ຊາວເມືອງກໍໃສ່ໃຈດ້ວຍການໄປຕັກນໍ້າຈາກທະເລມາຫົດນໍ້າທຸກມື້ເລີຍ ເກີດຄໍາຖາມຂຶ້້ນໃນໃຈວ່າ ແລ້ວເປັນຫຍັງບ້ານເມືອງເຮົາທີ່ອຸດົມສົມບູນທັງດິນ ແລະ ນໍ້າຍັງບໍ່ມີສະຖານທີ່ໆເປັນທໍາມະຊາດສວຍງາມໃຫ້ປະຊາຊົນໄດ້ພັກຜ່ອນຫຍ່ອນໃຈ ແລະ ສູດອາກາດບໍລິສຸດ ຈຶ່ງມີຄວາມຄິດທີ່ຢາກຈະສ້າງສວນງາມໆທີ່ເຕັມໄປດ້ວຍດອກໄມ້ ຕົ້ນໄມ້ນາໆພັນໃຫ້ປະຊາຊົນໄດ້ຊື່ນຊົມ ແລະ ຮຽນຮູ້ກ່ຽວກັບພັນໄມ້ຕ່າງໆ

“ผมได้แรงบันดาลใจจากเมื่อครั้งที่เดินทางไปท่องเที่ยวในประเทศหนึ่งซึ่งแทบจะไม่มีน้ำและผืนดินก็เต็มไปด้วยทราย ไม่เหมาะแก่การเพาะปลูกใดๆ เลย แต่กลับมีต้นไม้ชนิดหนึ่งที่เติบโตได้ และชาวเมืองก็ใส่ใจด้วยการไปตักน้ำจากทะเลมารดทุกวัน เลยเกิดคำถามขึ้นในใจว่า แล้วทำไมบ้านเมืองเราที่อุดมสมบูรณ์ทั้งดินและน้ำจึงไม่มีสถานที่ที่เป็นธรรมชาติสวยงามให้ชาวเมืองได้พักผ่อนหย่อนใจและสูดอากาศบริสุทธิ์จริงๆ บ้างเลย จึงมีความคิดที่อยากจะสร้างสวนสวยๆ ที่เต็มไปดอกไม้ต้นไม้นานาพรรณให้ประชาชนได้ชื่นชมและเรียนรู้เกี่ยวกับพันธุ์ไม้ต่างๆ


“ທໍາອິດ ກ່ອນຈະລົງມືສ້າງສວນແຫ່ງນີ້ກໍມີຄົນແນະນໍາຄືກັນວ່າ ສວນດອກໄມ້ຕ້ອງເປັນປະເທດທີ່ມີອາກາດໜາວຈຶ່ງຈະປູກໄດ້ງາມ ແຕ່ຂ້າພະເຈົ້າພັດຄິດເຫັນຕ່າງວ່າ ປະເທດເມືອງຮ້ອນຄືບ້ານເຮົານີ້ແລະ ທີ່ປູກດອກໄມ້ໄດ້ງາມຕະຫຼອດທັງປີ ພຽງແຕ່ຕ້ອງໃສ່ໃຈໃນການເລືອກສັນສາຍພັນທີ່ເໝາະກັບແຕ່ລະດູການ ລວມເຖິງນໍາເອົາຄວາມຮູ້ທາງດ້ານວິທະຍາສາດ ແລະ ວິທະຍາການມາໃຊ້ໃຫ້ເກີດປະໂຫຍດໃນການດັດແປງໃຫ້ພັນໄມ້ຕ່າງໆ ເຕີບໃຫຍ່ໄດ້ຢ່າງສວຍງາມໄດ້ໃນສະພາບແວດລ້ອມ ແລະ ສະພາບອາກາດແບບບ້ານເຮົາ ສະນັ້ນຂ້າພະເຈົ້າຈຶ່ງຕັ້ງໃຈຢ່າງແນ່ນອນວ່າຈະສ້າງສວນພຶກສາແຫ່ງນີ້ໃຫ້ເປັນແຫຼ່ງທ່ອງທ່ຽວທີ່ດີທີ່ສຸດຂອງນະຄອນຫຼວງວຽງຈັນ” ນັກທຸລະກິດມືທອງຂອງ ສປປ ລາວ ບອກເລົ່າເຖິງທີ່ມາຂອງໂຄງການໃນຝັນເຊິ່ງຖືກສ້າງສັນໃຫ້ເປັນຈິງແລ້ວໃນມື້ນີ້


“แรกๆ ที่คิดจะทำโครงการนี้ก็มีคนท้วงเหมือนกันว่า สวนดอกไม้ต้องเป็นประเทศที่มีอากาศหนาวถึงจะปลูกได้งาม แต่ผมกลับเห็นต่างว่าประเทศเมืองร้อนอย่างเรานี่แหละที่ปลูกดอกไม้ได้สวยตลอดทั้งปี เพียงแต่ต้องใส่ใจในการเลือกสรรสายพันธุ์ที่เหมาะกับแต่ละฤดูกาลรวมถึงนำเอาความรู้ทางด้านวิทยาศาสตร์และวิทยาการมาใช้ให้เกิดประโยชน์ในการดัดแปลงให้พรรณไม้ต่างๆ เติบโตสวยงามได้ในสภาพแวดล้อมและสภาพอากาศแบบบ้านเรา ฉะนั้นผมจึงตั้งใจอย่างแน่วแน่ว่าจะสร้างสวนพฤกษาแห่งนี้ให้เป็นแหล่งท่องเที่ยวที่ดีที่สุดของนครหลวงเวียงจันทน์ พร้อมกันนั้นท่านก็ได้สร้างให้มีกิจกรรมหลายอย่างให้คนที่มาเที่ยวสามารถอยู่เที่ยวได้ทั้งวันเช่น: ตกปลา, ขับรถไฟฟ้า, ขับรถจักรยาน, ขี่ม้า, สไลด์เดอร์น้ำ, สลิง, รถ ATV ๆลๆ”นักธุรกิจมือทองของ สปป.ลาว บอกเล่าถึงที่มาของโครงการในฝันซึ่งถูกสรรสร้างให้เป็นจริงแล้วในวันนี้


ນອກເໜືອຈາກແຮງບັນດານໃຈດັ່ງກ່າວ ທ່ານ ພູວົງຍັງເຜີຍຕື່ອີກວ່າ ທີ່ມາທີ່ໄປ ແລະ ຈຸດມຸ້ງໝາຍອັນແທ້ຈິງຂອງສວນພຶກສາແມ່ນ ການຊຸກຍູ້ໃຫ້ເກີດກະແສການທ່ອງທ່ຽວໃນນະຄອນຫຼວງວຽງຈັນ ເພາະກ່ອນໜ້ານີ້ນັກທ່ອງທ່ຽວຈໍາຫຼາຍເບິ່ງຂ້າມແລ້ວເລືອກທີ່ຈະເດີນທາງໄປທ່ອງທ່ຽວທີ່ແຂວງອື່ນໆຂອງ ສປປ ລາວ ແທນ ເຮັດໃຫ້ນະຄອນຫຼວງແຫ່ງນີ້ເປັນພຽງແຕ່ເມືອງຜ່ານທີ່ບໍ່ມີສະຖານທີ່ທ່ອງທ່ຽວດຶງດູດໃຈຜູ້ໄປເຍືອນ ທ່ານພູວົງ ຈຶ່ງມຸ້ງຫວັງວ່າສວນພຶກສາເຊິ່ງຕັ້ງຢູ່ບໍ່ໄກຈາກໃຈກາງນະຄອນຫຼວງວຽງຈັນ ໃຊ້ເວລາເດີນທາງໂດຍລົດສ່ວນຕົວປະມານ 1 ຊົ່ວໂມງກໍສາມາດສໍາຜັດໄດ້ກັບຄວາມສວຍງາມ ແລະ ບໍລິສຸດຂອງທໍາມະຊາດ ຈະເປັນແຫຼ່ງທ່ອງທ່ຽວປະຈໍາເມືອງທີ່ຊ່ວຍກະຕຸ້ນໃຫ້ນັກທຸລະກິດທ່ອງທ່ຽວຂອງນະຄອນຫຼວງວຽງຈັນຄຶກຄັກຫຼາຍຍິ່ງຂຶ້ນ


นอกเหนือจากแรงบันดาลใจดังกล่าว คุณภูวงศ์เผยว่าที่มาที่ไปและจุดมุ่งหมายอันแท้จริงของสวนพฤกษาคือการผลักดันให้เกิดกระแสการท่องเที่ยวในเวียงจันทน์ด้วยเพราะก่อนหน้านี้นักท่องเที่ยวจำนวนไม่น้อยมองข้ามเวียงจันทน์ แล้วเลือกที่จะเดินทางไปท่องเที่ยวยังจังหวัดอื่นๆ ของลาวแทน ทำให้นครหลวงแห่งนี้เป็นแค่เมืองผ่านที่ไม่มีสถานที่ท่องเที่ยวดึงดูดใจผู้ไปเยือนคุณภูวงศ์จึงมุ่งหวังว่าสวนพฤกษาซึ่งตั้งอยู่ไม่ไกลจากใจกลางเวียงจันทน์ ใช้เวลาเดินทางโดยรถยนต์ประมาณ 30นาทีก็สามารถสัมผัสได้กับความสวยงามและบริสุทธิ์ของธรรมชาติ จะเป็นแหล่งท่องเที่ยวประจำเมืองที่ช่วยกระตุ้นให้ธุรกิจท่องเที่ยวของเวียงจันท์คึกคักมากยิ่งขึ้น

“ຄວາມຕັ້ງໃຈຂອງຂ້າພະເຈົ້າແມ່ນຢາກໃຫ້ຊາວຕ່າງຊາດທີ່ເຂົ້າມານະຄອນຫຼວງວຽງຈັນໄດ້ມີສະຖານທີ່ໃຫ້ທ່ຽວຊົມ ໄດ້ສໍາຜັດທໍາມະຊາດທີ່ອຸດົມສົມບູນຂອງ ສປປ ລາວ ໄດ້ຢ່າງແທ້ຈິງ ແລະ ເລືອກທີ່ຈະພັກຜ່ອນຄ້າງຄືນທີ່ແຫ່ງນີ້ ເພາະຂ້າພະເຈົ້າເຊື່ອວ່າ ທຸລະກິດທ່ອງທ່ຽວຈະເຮັດໃຫ້ເສດຖະກິດດີຂຶ້ນໄດ້ໃນທຸກດ້ານ ອີກຢ່າງໜຶ່ງຂ້າພະເຈົ້າເຫັນວ່າ ສປປ ລາວ ມີດີທີ່ທໍາມະຊາດ ແລະ ຮີດຄອງປະເພນີອັນງົດງາມນີ້ເປັນຈຸດຂາຍຂອງເຮົາ ຫາກຈະໄປແຂ່ງຂັນເລື່ອງການຜະລິດສິນຄ້າ ຫຼື ສິ່ງໃດສິ່ງໜຶ່ງ ເຮົາອາດຈະສູ້ປະເທດອື່ນບໍ່ໄດ້ ແຕ່ຖ້າເປັນເລື່ອງທໍາມະຊາດ ວັດທະນະທໍາ ແລະ ປະຫວັດສາດລາວ ບໍ່ແພ້ປະເທດອື່ນໆແນ່ນອນ ດັ່ງນັ້ນຂ້າພະເຈົ້າຈຶ່ງເລືອກທີ່ຈະນໍາສະເໜີຄວາມເປັນທໍາມະຊາດ ແລະ ວັດທະນະທໍາອັນດີງາມຂອງເຮົາໃຫ້ນັກທ່ອງທ່ຽວໄດ້ຮູ້ຈັກ ເຊິ່ງທີ່ຈິງແລ້ວການທີ່ຂ້າພະເຈົ້າສ້າງ ສວນພຶກສາ ຂຶ້ນມາບໍ່ໄດ້ມີເປົ້າໝາຍເລື່ອງລາຍໄດ້ ຫຼື ຜົນກໍາໄລເປັນຫຼັກ ແຕ່ຈຸດມຸ້ງໝາຍທີ່ແທ້ຈິງແມ່ນການຕອບແທນສັງຄົມ ເພື່ອນະຄອນຫຼວງວຽງຈັນ ແລະ ເພື່ອປະເທດ ອັນມີສ່ວນສໍາຄັນທີ່ຊ່ວຍໃຫ້ນັກທຸລະກິດຂອງຂ້າພະເຈົ້າປະສົບຜົນສໍາເລັດທຸກວັນນີ້ ສະນັ້ນແມ່ນການສ້າງແຫຼ່ງທ່ອງທ່ຽວແບບສວນພຶກສາການລົງທຶນສູງ ແຕ່ເມື່ອຄິດວ່າເຮົາສ້າງສິ່ງນີ້ຂຶ້ນມາເພື່ອອານາຄົດ ເພື່ອລູກຫຼານ ແລະ ເພື່ອປະເທດຊາດ ກໍເຮັດໃຫ້ມີຄວາມມຸ້ງໝ້ັນ ແລະ ບໍ່ທໍ້ຖອຍ ຍິ່ງເຮົາໄດ້ເຫັນຄົນມາທ່ຽວມີຄວາມສຸກ ເຮົາກໍມີຄວາມສຸກໄປນໍາ ເຊິ່ງສວນແຫ່ງນີ້ບໍ່ພຽງແຕ່ເປັນແຫຼ່ງທ່ອງທ່ຽວເທົ່ານັ້ນ ແຕ່ຂ້າພະເຈົ້າຍັງພະຍາຍາມເຮັດໃຫ້ເປັນສູນຮຽນຮູ້ດ້ານການກະເສດ ເພື່ອໃຫ້ຄົນລາວໄດ້ມາສຶກສາຫາຄວາມຮູ້ ຈະໄດ້ຮູ້ຈັກບໍລິຫານຈັດການພື້ນທີ່ໆມີຢູ່ໃຫ້ສາມາດລ້ຽງຊີບໄດ້ຢ່າງຢັ້ງຢືນ”


“ความตั้งใจของผมคืออยากให้ชาวต่างชาติที่เข้ามาเวียงจันทน์ได้มีสถานที่ให้เที่ยวชมได้สัมผัสธรรมชาติที่อุดมสมบูรณ์ของลาวอย่างแท้จริงและเลือกที่จะพักผ่อนค้างคืนที่นี่ เพราะผมเชื่อว่าธุรกิจท่องเที่ยวจะทำให้เศรษฐกิจดีขึ้นได้ในทุกด้าน อีกอย่างผมมองว่าลาวมีดีที่ธรรมชาติและจารีตประเพณีอันงดงาม นี่คือจุดขายของเรา หากจะไปแข่งขันเรื่องการผลิตสินค้าหรืออะไรอย่างอื่น เราคงสู้ประเทศอื่นไม่ได้ แต่ถ้าเป็นเรื่องธรรมชาติ วัฒนธรรม และประวัติศาสตร์ ลาวไม่แพ้ประเทศไหนแน่นอน ดังนั้นผมจึงเลือกที่จะนำเสนอความเป็นธรรมชาติและวัฒนธรรมอันดีงามของเราให้นักท่องเที่ยวได้รู้จักซึ่งจริงๆ แล้วการที่ผมสร้างสวนพฤกษาขึ้นมาไม่ได้มีเป้าหมายเรื่องรายได้หรือผลกำไรเป็นหลัก แต่จุดมุ่งหมายที่แท้จริงคือการตอบแทนสังคม เพื่อเมืองนครหลวงเวียงจันทน์ และเพื่อประเทศลาว อันมีส่วนสำคัญที่ช่วยให้ธุรกิจของผมประสบความสำเร็จเช่นทุกวันนี้ ฉะนั้นแม้การสร้างแหล่งท่องเที่ยวอย่างสวนพฤกษา การลงทุนสูง แต่เมื่อคิดว่าเราสร้างสิ่งนี้ขึ้นมาเพื่ออนาคต เพื่อลูกหลานและเพื่อประเทศชาติ ก็ทำให้มีความมุ่งมั่นและไม่ย่อท้อ ยิ่งพอได้เห็นคนมาเที่ยวมีความสุขเราก็มีความสุขไปด้วย ซึ่งสวนแห่งนี้ไม่เพียงแต่เป็นแหล่งท่องเที่ยวเท่านั้น แต่ผมยังพยายามทำให้เป็นศูนย์เรียนรู้ด้านการเกษตรเพื่อให้คนลาวมาศึกษาหาความรู้ จะได้รู้จักการบริหารจัดการพื้นที่ที่มีอยู่ให้สามารถเลี้ยงชีพได้อย่างยั่งยืน”


ບໍ່ພຽງແຕ່ເທົ່ານີ້ ການເປີດ ສວນພຶກສາ ເປັນແຫຼ່ງທ່ອງທ່ຽວຍັງຖືເປັນການສ້າງວຽກເຮັດງານທໍາ ສ້າງລາຍໄດ້ໃຫ້ກັບຄົນໃນພື້ນທີ່ ທັງໃນສ່ວນຂອງພະນັກງານ ແລະ ແຮງງານທີ່ເຮັດວຽກຢູ່ໃນສວນປະມານ 70-80 ຄົນ ລວມໄປເຖິງຊາວບ້ານໂດຍຮອບທີ່ໄດ້ຮັບຜົນມາຈາກການທ່ອງທ່ຽວ ເປີດຮ້ານຄ້າ ຮ້ານອາຫານສ້າງລາຍໄດ້ລໍ່ລ້ຽງຄອບຄົວ ແລະ ຊຸມຊົນ

ไม่เพียงแค่นั้นการเปิดสวนพฤกษาเป็นแหล่งท่องเที่ยว ยังนับเป็นการสร้างงานสร้างรายได้ให้กับคนในพื้นที่ ทั้งในส่วนของพนักงานและแรงงานที่ทำงานภายในสวนราว 70-80 คน รวมไปถึงชาวบ้านโดยรอบที่ได้รับผลพวงจากการท่องเที่ยว เปิดร้านค้าร้านอาหารสร้างรายได้หล่อเลี้ยงครอบครัวและชุมชน

“ຄົນທີ່ມາສະໝັກວຽກໃນສວນ ສ່ວນຫຼາຍຈະເປັນຊົນເຜົ່າ ເຊິ່ງຂ້າພະເຈົ້າດີໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງໃນການມອບໂອກາດ ແລະ ສົ່ງເສີມໃຫ້ຊົນເຜົ່າເຫຼົ່ານີ້ມີວຽກເຮັດງານທໍາ ມີເງິນໃຊ້ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ ຫຼື ເຊັ່ນເມື່ອກ່ອນທາງເຂົ້າມາສວນບໍ່ມີຮ້ານຄ້າເລີຍແມ່ນແຕ່ຮ້ານດຽວ ແຕ່ຕອນນີ້ຊາວບ້ານຕ່າງພາກັນເປີດຮ້ານຮອງຮັບຄົນທີ່ເດີນທາງມາທ່ຽວ ຖືວ່າ ສວນພຶກສາ ໄດ້ເຮັດໃຫ້ຊຸມຊົນມີຊ່ອງທາງທໍາມາຫາກິນຫຼາຍຂຶ້ນ ໃນອານາຄົດພາກໜ້າຂ້າພະເຈົ້າໝັ້ນໃຈວ່າທາງເສັ້ນນີ້ຈະມີໂຮງແຮມ, ບ້ານພັກ ລວມໄປເຖິງສິ່ງທີ່ອໍານວຍຄວາມສະດວກສໍາຫຼັບນັກທ່ອງທ່ຽວເກີດຂຶ້ນຕາມມາ ແລະ ຈະຂະຫຍາຍວົງກວ້າງອອກໄປເລື້ອຍໆ ເຊິ່ງແນ່ນອນວ່າຈະສາມາດສ້າງລາຍໄດ້ໃຫ້ແກ່ນະຄອນຫຼວງວຽງຈັນໄດ້ຢ່າງມະຫາສານ ຂ້າພະເຈົ້າຈຶ່ງຢາກໃຫ້ມີສະຖານທີ່ທ່ອງທ່ຽວແບບນີ້ຫຼາຍໆ ເພາະຍິ່ງມີຫຼາຍເທົ່າໃດ ກໍ່ຍິ່ງເຮັດໃຫ້ມີການແຂ່ງຂັນ ແລະ ຈະຍິ່ງພັດທະນາໄປສູ່ຄວາມຈະເລີນເຕີບໂຕຍິ່ງຂຶ້ນເທົ່ານັ້ນ” ເຈົ້າຂອງ ສວນພຶກສາ ກ່າວດ້ວຍສາຍຕາມຸ້ງໝັ້ນ


“คนที่มาสมัครทำงานในสวนส่วนมากจะเป็นชนเผ่า ซึ่งผมดีใจมากที่ได้เป็นส่วนหนึ่งในการมอบโอกาสและส่งเสริมให้ชนเผ่าเหล่านี้มีงานทำ มีเงินใช้ และยกระดับชีวิตความเป็นอยู่ให้ดีขึ้น หรืออย่างเมื่อก่อนทางเข้ามายังสวนไม่มีร้านค้าเลยแม้แต่ร้านเดียว แต่ตอนนี้ชาวบ้านต่างพากันเปิดร้านรองรับคนที่เดินทางมาเที่ยว นับได้ว่าสวนพฤกษาทำให้ชุมชนมีช่องทางทำมาหากินมากขึ้น ในวันข้างหน้าผมเชื่อเหลือเกินว่าย่านนี้จะมีโรงแรม เกสต์เฮาส์ รวมไปถึงสิ่งอำนวยความสะดวกสำหรับนักท่องเที่ยวเกิดขึ้นตามมาและจะขยายวงกว้างออกไปเรื่อยๆ ซึ่งแน่นอนว่าจะสามารถสร้างรายได้ให้แก่นครเวียงจันทน์ได้อย่างมากมาย ผมจึงอยากให้มีสถานที่ท่องเที่ยวแบบนี้เยอะๆเพราะยิ่งมีมากเท่าไหร่ ก็ยิ่งทำให้มีการแข่งขัน และจะยิ่งพัฒนาไปสู่ความเจริญเติบโตยิ่งขึ้นเท่านั้น” เจ้าของสวนพฤกษากล่าวด้วยแววตามุ่งมั่น


ຫຼັງຈາກເປີດຕົວໃຫ້ນັກທ່ອງທ່ຽວໄດ້ເຂົ້າໄປຢ້ຽມຊົມຢ່າງເປັນທາງການ ເມື່ອຖາມສິ່ງທີ່ຢາກຈະໃຫ້ຜູ້ມາທ່ອງທ່ຽວໄດ້ຮັບກັບໄປຈາກການຊື່ນຊົມຄວາມງາມຂອງສວນ ທ່ານພູວົງ ພະມີສິດ ກ່າວດ້ວຍຮອຍຍີ້ມວ່າ : ຄາດຫວັງພຽງໃຫ້ທຸກຄົນມີຄວາມສຸກ ແລະ ສໍາຜັດໄດ້ເຖິງຄວາມຮັກທີ່ໂອບອ້ອມຢູ່ພາຍໃນສວນ ເພາະຜູ້ເປັນເຈົ້າຂອງທຸ້ມເທທຸກສິ່ງທຸກຢ່າງທັງຮ່າງກາຍ ສະໝອງ ແລະ ຫົວໃຈ ເພື່ອສ້າງໃຫ້ ສວນພຶກສາ ແຫ່ງນີ້ເປັນພື້ນທີ່ແຫ່ງຄວາມສຸກຢ່າງແທ້ຈິງ


หลังจากเปิดตัวให้นักท่องเที่ยวได้เข้าไปเยี่ยมเยือนอย่างเป็นทางการ เมื่อถามถึงสิ่งที่อยากจะให้ผู้มาเยือนได้รับกลับไปจากการชื่นชมความงามของสวนสวย คุณภูวงศ์กล่าวด้วยรอยยิ้มว่า คาดหวังเพียงให้ทุกคนมีความสุขและสัมผัสได้ถึงความรักที่อบอวลอยู่ภายในสวน เพราะผู้เป็นเจ้าของทุ่มเททุกสิ่งทุกอย่างทั้งร่างกาย สมอง และหัวใจ เพื่อสร้างให้สวนพฤกษาแห่งนี้เป็นพื้นที่แห่งความสุขอย่างแท้จริง


“ການສ້າງ ສວນພຶກສາ ຂຶ້ນມາບໍ່ແມ່ນແຕ່ມີເງິນແລ້ວຈະເຮັດໄດ້ ແຕ່ຕ້ອງມີຄວາມຮັກໃນງານດ້ານນີ້ດ້ວຍຈຶ່ງຈະອົດທົນ ແລະ ຜ່ານຄວາມລໍາບາກມາໄດ້ ນອກຈາກນີ້ຍັງຕ້ອງມີຄວາມຂະຫຍັນໝັ່ນພຽນທີ່ຈະຮຽນຮູ້ທຸກຢ່າງ ທຸ້ມເທເວລາຄຸກຄີຢູ່ກັບສວນທຸກມື້ ບໍ່ວ່າຈະໄປເບິ່ງດິນ, ການເລືອກຊື້ຕົ້ນໄມ້, ການຄວບຄຸມ ການອອກແບບທຸກຂັ້ນຕອນ ສຶກສາທຸກຢ່າງທີ່ຈະເປັນໄປໄດ້ ລວມເຖິງເອົາໃຈໃສ່ໃນທຸກສິ່ງທີ່ເຮັດ ເມື່ອໄດ້ເຫັນຜົນງານທີ່ອອກມາແລ້ວກໍຮູ້ສຶກພູມໃຈ ທັງພູມໃຈໃນສິ່ງທີ່ສ້າງຂຶ້ນມາ ແລະ ພູມໃຈໃນຕົວເອງ ສະນັ້ນໃນທຸກໆຕອນເຊົ້າຂ້າພະເຈົ້າຈຶ່ງມາທີ່ແຫ່ງນີ້ເປັນປະຈໍາ ບໍ່ແມ່ນແຕ່ມາເພື່ອພັກຜ່ອນ ແຕ່ມາເພື່ອເບິ່ງແຍງ ມາຄິດ ມາຈິນຕະນາການວ່າຕໍ່ໄປຈະຕ້ອງເຮັດຫຍັງເພີ່ມ ກ່ອນທີ່ຈະລົງມືເຮັດໃຫ້ເປັນຮູບເປັນຮ່າງຂຶ້ນມາ ໂຊກດີທີ່ໃນສ່ວນທຸລະກິດຮ້ານຄໍາມີລູກໆຊ່ວຍແບ່ງເບົາໄດ້ເກືອບ 70-80 % ຂ້າພະເຈົ້າຍັງຊ່ວຍບໍລິຫານຈັດການພຽງ 20% ຈຶ່ງມີເວລາມາເບິ່ງແຍງໂຄງການນີ້ຢ່າງເຕັມທີ່”


“การสร้างสวนพฤกษาขึ้นมาไม่ใช่แค่มีเงินแล้วจะทำได้ แต่ต้องมีความรักในงานด้านนี้ด้วยจึงจะอดทนและผ่านความเหนื่อยยากมาได้ นอกจากนี้ยังต้องมีความขยัน หมั่นเพียรที่จะเรียนรู้ทุกอย่าง ทุ่มเทเวลาคลุกคลีอยู่กับสวนทุกวัน ไม่ว่าจะไปดูที่ดินเลือกซื้อต้นไม้ควบคุมการออกแบบทุกขั้นตอน ศึกษาทุกอย่างที่จะเป็นไปได้ รวมถึงเอาใจใส่ในทุกสิ่งที่ทำ ซึ่งพอได้เห็นผลงานที่ออกมาแล้วก็รู้สึกภูมิใจ ทั้งภูมิใจในสิ่งที่สร้างขึ้นมาและภูมิใจในตัวเอง ฉะนั้นในทุกเช้าผมจึงมาที่นี่เป็นประจำ ไม่ใช่มาเพื่อพักผ่อน แต่มาเพื่อดูแล มาคิด มาจินตนาการว่าต่อไปจะต้องทำอะไรเพิ่ม ก่อนที่จะลงมือทำให้เป็นจริงขึ้นมาโชคดีที่ในส่วนของธุรกิจทองคำมีลูกๆ ช่วยแบ่งเบาได้เกือบ 70-80% ผมยังช่วยบริหารจัดการเพียง20% จึงมีเวลามาดูแลโครงการนี้อย่างเต็มที่”

ສໍາຫຼັບໃຜບາງຄົນການຈະປັ້ນຝັນໃຫ້ເປັນຈິງອາດຈະເປັນເລື່ອງຍາກແຕ່ ທ່ານ ພູວົງ ພະມີສິດ ໄດ້ສ້າງທຸກສິ່ງທຸກຢ່າງທີ່ຫວັງໄວ້ໃຫ້ເປັນຈິງຂຶ້ນມາໄດ້ ບໍ່ວ່າຈະເປັນທຸລະກິດຮ້ານຄໍາທີ່ປະສົບຄວາມສໍາເລັດຢ່າງສູງ ຫຼື ແມ່ນແຕ່ ສວນພຶກສາ ທີ່ກໍາລັງເປັນສະຖານທີ່ທ່ອງທ່ຽວຍອດນິຍົມຂອງນະຄອນຫຼວງວຽງຈັນໃນມື້ນີ້ ຈຶ່ງປະຕິເສດບໍ່ໄດ້ວ່າທຸກສິ່ງທຸກຢ່າງເກີດຂຶ້ນໄດ້ດ້ວຍຍ້ອນແນວຄິດ ແລະ ການວາງແຜນທີ່ຫຼັກແຫຼມຂອງລາວເອງ

สำหรับใครบางคนการจะปั้นฝันให้เป็นจริงอาจจะเป็นเรื่องยาก แต่คุณภูวงศ์กลับสร้างทุกสิ่งอย่างที่หวังไว้ให้เป็นจริงขึ้นมาได้ ไม่ว่าจะเป็นธุรกิจทองคำที่ประสบความสำเร็จอย่างมาก หรือแม้แต่สวนพฤกษาที่กำลังเป็นสถานที่ท่องเที่ยวยอดนิยมของเวียงจันทน์ในวันนี้ จึงปฏิเสธไม่ได้ว่าทุกสิ่งอย่างเกิดขึ้นได้ด้วยเพราะแนวคิดและการวางแผนที่เฉียบคมของเขาเอง

“ສໍາຫຼັບຂ້າພະເຈົ້າການຈະເປັນອັນດັບໜຶ່ງໄດ້ເຮົາຕ້ອງວາງເປົ້າໝາຍໃຫ້ສູງໄວ້ກ່ອນ ຕ້ອງມີຝັນອັນຍິ່ງໃຫຍ່ແລ້ວຍ່າງໄປຕາມເປົ້າໝາຍຫຼືຝັນນັ້ນໃຫ້ໄດ້ ທຸ້ມເທໃຫ້ສຸດໆ ເມື່ອເຮົາຕັ້ງເປົ້າໄວ້ແລ້ວ ເວລາລົງມືເຮັດຈະບໍ່ຮູ້ສຶກເມື່ອຍ ບໍ່ຮູ້ສຶກທໍ້ ແຕ່ຈະມີກໍາລັງໃຈຕໍ່ສູ້ ແລະ ມີຄວາມສຸກທີ່ໄດ້ເຮັດ ທີ່ສໍາຄັນຖ້າຢາກສໍາເລັດຕ້ອງຂະຫຍັນຂັນແຂງ ອົດທົນ ປະຫຍັດ ແລະ ຖ້າຢາກໄດ້ດີກໍຕ້ອງເຮັດສິ່ງທີ່ມັນເໜືອກວ່າຄົນທົ່ວໄປ ສຸດທ້າຍຕ້ອງສຶກສາຮຽນຮູ້ ແລະ ເປັນຜູ້ນໍາໃນດ້ານແນວຄິດທຸລະກິດດ້ວຍ” ນີ້ແມ່ນເຄັດລັບທີ່ເຮັດໃຫ້ທ່ານ ພູວົງ ພະມີສິດ ກາຍເປັນໜຶ່ງໃນຕໍານານຂອງນັກທຸລະກິດລາວທີ່ຫຼາຍຄົນຊື່ນຊົມ

“สำหรับผมการจะเป็นอันดับหนึ่งได้เราต้องวางเป้าหมายให้สูงไว้ก่อน ต้องมีฝันอันยิ่งใหญ่ แล้วเดินไปตามเป้าหมายหรือฝันนั้นให้ได้ ทุ่มเทให้สุดๆ เมื่อเราตั้งเป้าไว้แล้วเวลาลงมือทำจะไม่รู้สึกเหนื่อย ไม่รู้สึกท้อ แต่จะมีกำลังใจต่อสู้และมีความสุขที่ได้ทำที่สำคัญถ้าอยากสำเร็จต้องขยัน อดทน ประหยัด และถ้าอยากได้ดีก็ต้องทำอะไรที่เหนือกว่าคนทั่วไปสุดท้ายต้องศึกษาเรียนรู้และเป็นผู้นำในด้านแนวคิดธุรกิจด้วย” นั่นคือเคล็ดลับที่ส่งให้คุณภูวงศ์กลายเป็นหนึ่งในตำนานของนักธุรกิจลาวที่หลายคนชื่นชม

ບໍ່ພຽງດ້ານທຸລະກິດເທົ່ານັ້ນ ແຕ່ຍັງມີອີກສິ່ງໜຶ່ງທີ່ນັກທຸລະກິດທ່ານນີ້ບໍ່ເຄີຍລະເລີຍ ນັ້ນແມ່ນການຕອບແທນຄືນສູ່ສັງຄົມ ເຊິ່ງເປັນເປົ້າໝາຍຢ່າງໜຶ່ງທີ່ລາວຕັ້ງໃຈເຮັດມາຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນການພັດທະນາຄຸນະພາບຊີວິດຜູ້ດ້ອຍໂອກາດ ຊ່ວຍເຫຼືອສັງຄົມ ຊ່ວຍເຫຼືອດ້ານການສຶກສາ ແລະ ເມື່ອຮູ້ວ່າວາລະສານ WOW Magazine Society ດໍາເນີນໂຄງການ “WOW ສື່ສານ ສ້າງໂຮງຮຽນ” ໃນໂອກາດທີ່ດໍາເນີນກິດຈະການຄົບຮອບ 6 ປີ ກ້າວສູ່ປີທີ 7 ໂດຍຈະຈັດສ້າງໂຮງຮຽນໃນລະດັບອະນຸບານ ແລະ ປະຖົມສຶກສາ ທີ່ບ້ານ ປ່າໄລ່ ເມືອງປາກລາຍ ແຂວງໄຊຍະບູລີ ເພື່ອໃຫ້ເດັກ ແລະ ເຍົາວະຊົນລາວທີ່ທຸກຍາກໄດ້ມີໂອກາດສຶກສາຮໍ່າຮຽນໃນລະບົບໂຮງຮຽນ ທ່ານ ພູວົງ ພະມີສິດ ກໍບໍ່ໄດ້ລໍຖ້າທີ່ຈະຮ່ວມເປັນສ່ວນໜຶ່ງໃນການມອບອະນາຄົດທີ່ດີໃຫ້ແກ່ເດັກໆໃນ ສປປ ລາ


ไม่เพียงด้านธุรกิจ แต่ยังมีอีกสิ่งหนึ่งที่นักธุรกิจคนนี้ไม่เคยละเลยนั่นก็คือการตอบแทนคืนสู่สังคม ซึ่งเป็นเป้าหมายอย่างหนึ่งที่เขาตั้งใจทำมาอย่างต่อเนื่อง ไม่ว่าจะเป็นการพัฒนาคุณภาพชีวิตผู้ด้อยโอกาส ช่วยเหลือสังคม ช่วยเหลือด้านการศึกษา และเมื่อทราบว่านิตยสาร WOW Magazine Society ดำเนินโครงการ “WOW สื่อ สาน สร้างโรงเรียน”ในโอกาสที่ดำเนินกิจการครบ 6 ปี ก้าวสู่ปีที่ 7 โดยจะจัดสร้างโรงเรียนในระดับอุบาลและประถมศึกษา ณ บ้านป่าไล่ เมืองปากลาย แขวงไซยะบูลี เพื่อให้เด็กและเยาวชนลาวที่ยากไร้ได้มีโอกาสร่ำเรียนในระบบโรงเรียน คุณภูวงศ์ก็ไม่รีรอที่จะร่วมเป็นส่วนหนึ่งในการมอบอนาคตที่ดีให้แก่เด็กๆ ใน สปป.ลาว


“ທີ່ຜ່ານມາຂ້າພະເຈົ້າເນັ້ນເລື່ອງນີ້ຫຼາຍ ທຸກໂຄງການທີ່ເຄີຍເຮັດທັງການສ້າງສາທາລະນະສະຖານ ໂຮງຮຽນ ຕຶກຄໍາພູວົງ ຮັກສາດວງຕາທີ່ ສູນຕາທົ່ງປົ່ງ ການຊ່ວຍເຫຼືອຄົນທຸກຍາກ ຄົນຊົນນະບົດທີ່ຢູ່ຫ່າງໄກ ຂ້າພະເຈົ້າລົງພື້ນທີ່ດ້ວຍຕົວເອງຕະຫຼອດ ເພາະຢຶດໝັ້ນສະເໝີວ່າເມື່ອເຮົາມີສະຖານະດີຂຶ້ນ ຕ້ອງບໍ່ລືມທີ່ຈະຕອບແທນສັງຄົມ ແລະ ປະເທດລາວທີ່ຊ່ວຍສະໜັບສະໜູນ ແລະ ຊຸກຍູ້ໃຫ້ທຸລະກິດຂອງເຮົາປະສົບຄວາມສໍາເລັດ ດັ່ງນັ້ນເມື່ອໄດ້ເຫັນວາລະສານ WOW ຈັດທໍາໂຄງການດີໆ ສ້າງໂຮງຮຽນເພື່ອເຍົາວະຊົນຊາວລາວ ຈຶ່ງຮູ້ສຶກຊື່ນຊົມ ແລະ ພ້ອມຈະສະໜັບສະໜູນເຕັມທີ່ ບໍ່ພຽງແຕ່ມີສ່ວນຮ່ວມໃນການບໍລິຈາກ ແຕ່ຂ້າພະເຈົ້າຍັງເຊີນຊວນໃຫ້ທຸກຄົນ ບໍ່ວ່າຈະເປັນເຈົ້າຂອງທຸລະກິດ ຫ້າງຮ້ານ ຫຼື ອົງກອນຕ່າງໆ ຮ່ວມສົມທົບທຶນໃນຄັ້ງນີ້ດ້ວຍ ບໍ່ພຽງແຕ່ຊ່ວຍເຫຼືອເດັກໆຂອງເຮົາໄດ້ມີສະຖານທີ່ສຶກສາ ແຕ່ເໜືອສິ່ງອື່ນໃດໂຄງການນີ້ຍັງຈະຊ່ວຍສ້າງອະນາຄົດທີ່ດີໃຫ້ກັບສັງຄົມ ແລະ ປະເທດຂອງເຮົາດ້ວຍ” ບຸກຄົນຕົ້ນແບບຜູ້ປະສົບຄວາມສໍາເລັດໃນການເຮັດທຸລະກິດຂອງ ສປປ ລາວ ໄດ້ກ່າວໄວ້.

“ที่ผ่านมาผมเน้นเรื่องนี้มาก ทุกโครงการที่เคยทำทั้งการสร้างสาธารณะสถาน โรงเรียน ตึกคำภูวงศ์รักษาดวงตาที่ศูนย์รักษาดวงตาท่งป่ง การช่วยเหลือคนยากไร้ คนชนบทห่างไกล ผมเดินทางลงพื้นที่ด้วยตัวเองตลอดเพราะยึดมั่นเสมอว่าเมื่อเรามีสถานะดีขึ้นต้องไม่ลืมที่จะตอบแทนสังคมและประเทศลาวที่ช่วยสนับสนุนและผลักดันให้ธุรกิจของเราประสบความสำเร็จดังนั้นเมื่อได้เห็นนิตยสาร WOW จัดทำโครงการดีๆ สร้างโรงเรียนเพื่อเยาวชนชาวลาว จึงรู้สึกชื่นชมและพร้อมจะสนับสนุนเต็มที่ ไม่เพียงแค่มีส่วนร่วมในการบริจาค แต่ผมยังอยากเชิญชวนให้ทุกคน ไม่ว่าจะเป็นเจ้าของธุรกิจ ห้างร้าน หรือองค์กรต่างๆ ร่วมสมทบทุนในครั้งนี้ด้วย ไม่ใช่แค่เพื่อให้เด็กๆ ของเราได้มีที่เรียนหนังสือ แต่เหนือสิ่งอื่นใดโครงการนี้ยังจะช่วยสร้างอนาคตที่ดีให้กับสังคมและประเทศของเราด้วย” บุคคลต้นแบบผู้ประสบความสำเร็จในการทำธุรกิจของ สปป.ลาวกล่าวทิ้งท้าย


178 views0 comments
bottom of page