top of page

ວິຈິດຕາ ພອນວິໄລ ຄວ້າຕຳແໜ່ງ Miss Universe Laos 2019



ວິຈິດຕາ ພອນວິໄລ ຄວ້າຕໍາແໜ່ງ Miss Universe Laos 2019

ເວທີປະກວດຄົ້ນຫາສາວງາມ Miss Universe Laos 2019 ຕົວແທນຂອງປະເທດລາວ ໄປເຜີຍແຜ່ຮີດຄອງປະເພນີຂອງລາວເຮົາ ຄວາມເປັນເອກະລັກດ້ານວັດທະນະທໍາລາວ ແລະ ຊຸດປະຈໍາຊາດໃນເວທີສາກົນ ໄດ້ສໍາເລັດເປັນທີ່ຮຽບຮ້ອຍ ໂດຍ ນາງ ວິຈິດຕາ ພອນວິໄລ ຫຼື ເມ ໝາຍເລກ MUL29 ຄວ້າຕໍາແໜ່ງໄປຄອບຄອງ

ໂຄງການປະກວດ Miss Universe Laos 2019 ຮອບຊິີງຊະນະເລີດ ຈັດຂຶ້ນໃນວັນທີ 24 ສິງຫາ 2019 ທີ່ຜ່ານມາ ທີ່ໂຮງແຮມແລນມາກ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານນາງ ສິລິກິດ ບຸບຜາ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ທ່ານ ຈັນທະເສນ ພິມມະສອນ ປະທານໂຄງການປະກວດ Miss Universe Laos ພ້ອມທັງບັນດາຫົວໜ່ວຍທຸລະກິດຜູ້ໃຫ້ການສະໜັບສະໜູນ, ມວນຊົນ, ສີລະປິນ ແລະ ສື່ມວນຊົນທຸກຂະແໜງການເຂົ້າຮ່ວມ

ທ່ານ ບຸນຕາ ເທບພະວົງ ໄດ້ກ່າວວ່າ ໂຄງການປະກວດ Miss Universe Laos 2019 ພາຍໃຕ້ຫົວຂໍ້: “ສະເໜ່ຂອງຄວາມເປັນລາວສູ່ຄວາມເປັນດາວແຫ່ງຈັກກະວານ” ເຊິ່ງໝາຍເຖິງການສະແດງຮູບໂສມຊຸດປະຈໍາຊາດທີ່ເປັນເອກະລັກຂອງປະຊາຊົນລາວ ທີ່ຈະນໍາໄປປະຊາສໍາພັນໃຫ້ເວທີປະກວດ Miss Universe ໃນລະດັບສາກົນໄດ້ເຫັນຄວາມສາມາດ ແລະ ຄວາມງາມຂອງແມ່ຍິງລາວ ເວທີນີ້ເປັນເວທີທີ່ມີກຽດ ມີຄວາມໝາຍສໍາຄັນຕໍ່ແມ່ຍິງລາວ ທີ່ຈະໄດ້ເປັນຕົວແທນປະກວດລະດັບໂລກ ແລະ ເປັນອີກມິຕິໃໝ່ໃຫ້ແກ່ແມ່ຍິງລສະແດງຄວາມເປັນລາວກ້າວສູ່ຄວາມທັນສະໄໝ ພ້ອມທັງເປັນບົດບາດອັນສູງສົ່ງ

ຜ່ານການຝຶກທັກສະຄວາມຮູ້, ຄວາມສາມາດ, ທັກສະນະຄະຕິ, ບຸກຄະລິກະພາບ ແລະ ທັກສະທີ່່ຈໍາເປັນຕໍ່ເວທີການປະກວດ ພ້ອມທັງເປັນການກະກຽມຂັ້ນພື້ນຖານທີ່ຈະກ້າວສູ່ເວທີລະດັບສາກົນຂອງນ້ອງໆທັງ 30 ຄົນຜ່ານການແຂ່ງຂັນ

ສຳຫຼັບການແຂ່ງຂັນໃນຮອບຊີງຊະນະເລີດ ນາງ ວິຈິດຕາ ພອນວິໄລ ໝາຍເລກ MUL29 ອາຍຸ 23 ປີ ຄວ້າຕໍາແໜ່ງ Miss Universe Laos 2019 ໄປຄອງໂດຍໄດ້ຮັບເງິນລາງວັນ 50 ລ້ານກີບ ພ້ອມທັງມົງກຸດ , ສາຍສະພາຍ ແລະ ເປັນຕົວແທນແມ່ຍິງລາວໄປປະກວດ Miss Universe ໃນເວທີລະດັບໂລກ

ຮອງຊະນະເລີດອັນດັບ 1 ໄດ້ແກ່ ນາງ ໄຜ່ທິດາ ໂພທິສານ ໝາຍເລກ MUL27 ອາຍຸ 25 ປີ ໄດ້ຮັບເງິນລາງວັນ 25 ລ້ານກີບ ພ້ອມທັງສາຍສະພາຍ ແລະ ເປັນ Miss International Laos 2019 ສ່ວນຮອງຊະນະເລີດອັນດັບ 2 ໄດ້ແກ່ ນາງ ລັດຕະນາ ໝັ້ນວິໄລ ໝາຍເລກ MUL26 ອາຍຸ 25 ປີ




39 views0 comments
bottom of page