top of page

“ເມ ເນລະນິດ” ເຜີຍປະສົບການປະກວດເວທີ Miss World 2019 ທີ່ກຸງລອນດອນ…

ຈາກເດັກນ້ອຍບ້ານນອກກັບການເດີນທາງຄົນດຽວໄປປະກວດ ຢູ່ກຸງລອນດອນ, ມັນເປັນເລື່ອງທີ່ທ້າທາຍຫຼາຍ ແລະ ເປັນຄັ້ງທໍາອິດໃນຊີວິດ ທີ່ຕ້ອງເດີນທາງໃຊ້ເວລາຢູ່ເທິງຍົນ 13ຊົ່ວໂມງ ເພາະ ເມ ບໍ່ເຄີຍເດີນທາງໄກປານນີ້ຈັກເທື່ອ, ພໍແຕ່ຍົນແຕະຮອດພື້ນສະໜາມບິນ ຮີດໂທຣ ລອນດອນ ເບິ່ງໄປອ້ອມຮອບບໍ່ຄຸ້ນໜ້າໃຜ

ເລີຍຄືກັບວ່າຫຼຸດເຂົ້າໄປໃນໜັງຕ່າງປະເທດ, ສັງເກດປ້າຍໄປເລື້ອຍໆຈົນເຫັນເຈົ້າໜ້າທີ່ຜູ້ໜຶ່ງຢືນຈັບເຈ້ຍທີ່ມີຊື່ເມຢູ່ ຄວາມຮູ້ສຶກຕອນນັ້ນຄືໂລ່ງໃຈແຮງ ເພິ່ນບອກວ່າ ການບິນໄທ ທີ່ເປັນສະປອນເຊີ້ ໂທລະເລກມາໃຫ້ຖ້າຮັບ ແລ້ວພາໄປເອົາກະເປົາທີ່ເດີນທາງມາພ້ອມກັບເມ 6 ຫີບໃຫຍ່, ອອກມາແລ້ວກໍເຫັນທີມງານກອງປະກວດ ແລະ ໝູ່ນາງງາມທີ່ຖ້ຽວບິນໃກ້ຄຽງກັນຖ້າຢູ່, ພໍກ້າວຂາອອກຈາກສະໜາມບິນມາຂຶ້ນລົດໄປໂຮງແຮມ ມີຄວາມສະຕັ້ນກັບສະພາບອາກາດທີ່ໜາວເຢັນ ແລະ ລົມແຮງ ເກືອບ 5°. ຮອດບ່ອນເກັບໂຕ The Tower Hotel ທຸກຄົນຖ້າຕ້ອນຮັບມີການລົງທະບຽນ ແລະ ຖາມຂໍ້ມູນທີ່ທາງກອງໃຫ້ຕຽມມາ, ມື້ທໍາອິດໝູ່ຍັງມາບໍ່ຄົບເພິ່ນກະໃຫ້ກິນເຂົ້າແລ້ວໄປພັກຜ່ອນຢູ່ຫ້ອງກ່ອນ. ເມ ແນະນໍາເລີຍວ່າພາສາອັງກິດສໍາຄັນແຮງ ເພາະຢ່າງໜ້ອຍເຖິງຈະເວົ້າບໍ່ເກັ່ງແຕ່ກະຂໍໃຫ້ສື່ສານໄດ້ເຂົ້າໃຈໃນສິ່ງທີ່ເຂົາເຈົ້າເວົ້າ ເພາະເຮົາຕ້ອງໄດ້ເອົາໂຕລອດໃນແຕ່ລະມື້. ຕ້ອງໄດ້ປັບໂຕຫຼາຍໆຢ່າງທັງເລື່ອງເວລາທີ່ຊ້າກ່ວາລາວ 7ຊົ່ວໂມງ ກາງຄືນບໍ່ຢາກນອນຕອນສວາຍຢາກຫຼັບ, ອາຫານກະຊິບໍ່ສະໃຈຄືຕຳໝາກຮຸ່ງບ້ານເຮົາ…


ເມ ນອນຄົນດຽວໄດ້ສາມມື້ຣູມເມດຈຶ່ງມາຮອດ, ເຊິ່ງແມ່ນຫວຽດນາມ. ກຸ່ມເມທີ່ສະໜິດກັນທີ່ສຸດມີ ຫວຽດນາມ,ຈີນ,ມາເກົ້າ,ຮ່ອງກົງ,ສິງກະໂປ ແລະ ເກົາຫຼີ. ຈະມີການແບ່ງສີໃນການຊ້ອມ ແລະ ເຮັດກິດຈະກຳ, ມີການແຂ່ງເກັບຄະແນນໃນແຕ່ລະຮອບ ຜູ້ທີ່ຊະນະແຄມເປນຈະເຂົ້າຮອບ 40ຄົນ ອັດຕະໂນມັດ.

1. Top Model: ຮອບທັອບໂມເດວຄືທຸກຄົນຈະໄດ້ຍ່າງໂຊແລ້ວຄັດເອົາ 40ຄົນ ໄປໃສ່ຊຸດຂອງແບຼນດັງໃນລອນດອນ ແລ້ວມີການໂພສຮູບຖ່າຍເລືອກເອົາ 10ຄົນ ປະກາດຜູ້ຊະນະມື້ໄຟນໍ ຄື ມິສເວີລ ໄນຈີເລຍ.

2. Top Sport: ແຄມເປນນີ້ຄືທົດສອບຄວາມອຶດແທ້ໆເລີຍ ມີ 4ທີມ ຄື: ຟ້າ, ແດງ, ຂຽວ ແລະ ເຫຼືອງ ແຂ່ງເທື່ອລະທີມຕາມສີທີ່ແບ່ງ, ທີມໜຶ່ງມີ 30ຄົນ ແລ່ນພ້ອມກັນກັບໄປກັບມາຕາມເວລາທີ່ກຳນົດ ເວລາຈະໄວຂຶ້ນເລື້ອຍໆຈົນມີຜູ້ແລ່ນບໍ່ທັນແລ້ວຖືກຕັດອອກໃຫ້ເຫຼືອ 8ຄົນສຸດທ້າຍ ຂອງແຕ່ລະທີມ ແລ້ວມາແຂ່ງແລ່ນໄວ, ໂດດໄກ ແລະ ຜູ້ທີ່ເຮັດຄະແນນໄດ້ຫຼາຍທີ່ສຸດຄື ມິສເວີລ ບຣິສທິສ ເວີຈິນ ໄອຊແລນ.

3. Top Multimedia: ເມື່ອໄປຮອດເພິ່ນຈະໃຫ້ໂຫຼດແອັບ Mob Star ເປັນແອັບຄ້າຍໆອິນສະຕາແກຣມ ໃຫ້ເຮົາໄດ້ໂພສທຸກມື້ ເພິ່ນຈະເບິ່ງຍອດໄລ້ ແລະ ຄວາມນິຍົມຈາກ Mob Star ແລະ ສື່ອອນໄລຕ່າງໆ ຜູ້ທີ່ຊະນະແຄມເປນນີ້ແມ່ນ ມິສເວີລ ເນປານ.

4. Top Talent: ຮອບສະແດງຄວາມສາມາດ ເມ ໄດ້ສະແດງບົດຟ້ອນດວງຈຳປາ (ໝູ່ນາງງາມຮຽນຈີບມືນຳເຫັນລະອົດຍິ້ມບໍ່ໄດ້ ), ແຕ່ລະຄົນຈະນຳເອົາຄວາມເປັນ

ເອກະລັກຂອງປະເທດຕົວເອງມາສະແດງ ແລະ ສ່ວນໃຫຍ່ກໍຈະເລືອກຮ້ອງເພງ ເພາະທີ່ຜ່ານມາການຮ້ອງເພງສ່ວນຫຼາຍແມ່ນຊະນະ, ເຊິ່ງປີນີ້ກໍເປັນແບບນັ້ນ ສຽງໃສໆທີ່ມີພະລັງຂອງ ມິສເວີລ ຈາໄມກາ ເຮັດໃຫ້ລາວຊະນະໃນແຄມເປນນີ້.

5. Head to Head Challenge: ເປັນຮອບທີ່ເມຕື່ນເຕັ້ນທີ່ສຸດ ເພາະຕ້ອງໄດ້ສຳພາດສົດເປັນພາສາອັງກິດ ແລ້ວໂພສລົງຢູທູບ, ກຸ່ມໜຶ່ງຈະມີ 5-6 ຄົນ ເມ ຢູ່ກຸ່ມ 3 ໄດ້ຕອບເປັນຜູ້ທຳອິດອີກ ຈະມີຢູ່ສອງຄຳຖາມຄື ທຳອິດແມ່ນຖາມຈາກແບບຟອມ ຫຼື ວິດີໂອທີ່້ເຮົາສົ່ງໄປ, ຄຳຖາມທີ່ສອງແມ່ນຄືກັນໝົດ ກ່ຽວກັບໂຄງການ ການກຸສົນ. ສຳລັບໂຄງການຂອງເມ ແມ່ນຊ່ວຍເຫຼືອເດັກນ້ອຍດ້ອຍໂອກາດທີ່ຢູ່ເຂດຊົນນະບົດ ແລະ ເມ ເຄີຍເປັນອາສາສະໝັກຂອງຄະນະມາ 3ປີ. ເມື່ອວິດີໂອຖືກປ່ອຍໄປກໍມີຄົນສົ່ງແຮງເຊຍ ແລະ ກຳລັງໃຈໃຫ້ຫຼາຍຂຶ້ນ ເຮັດໃຫ້ຄວາມກັງວົນໜ້ອຍລົງ. ທຸກໆກຸ່ມຈະຄັດເລືອກເອົາ 1ຄົນ ເພື່ອໄປກ່າວປາໄສແຂ່ງກັນເປັນຄູ່ ແລ້ວຄັດ 1ຄົນ ອອກ ແລ້ວອີກ 1ຄົນ ຈະໄດ້ເຂົ້າຮອບ, ກຸ່ມ ເມ ແມ່ນ ມິສເວີລ ເວເນຊູເອລາ ຜ່ານເຂົ້າຮອບ.

6. Beauty with a purpose: ນີ້ແມ່ນໝາກຫົວໃຈຫຼັກຂອງ ມິສເວີລ ທຸກໆຄົນຕ້ອງສົ່ງວິດີໂອການກຸສົນຂອງຕົວເອງ ແລ້ວຈະຖືກຄັດເລືອກເອົາ 10ຄົນ ເຂົ້າຮອບອັດຕະໂນມັດ (ວິດີໂອເມຍັງສັ້ນ, ບໍ່ເຫັນຈຸດປະສົງ ແລະ ຄວາມເປັນມາ ທີ່ຊັດເຈນແນ່ນອນ ຍ້ອນມີເວລາກຽມໜ້ອຍ ແລະ ຍັງບໍ່ເຂົ້າໃຈລະອຽດໃນເປົ້າໝາຍໂຕນີ້).

ນອກນັ້ນ, ຍັງມີອັດວິດີໂອຕ່າງໆທີ່ມາແບບກະທັນຫັນຕ້ອງໄດ້ຄິດເອງ ແລະ ຄິດໃຫ້ໄວ, ກຽມຊຸດ ແຕ່ງໜ້າເຮັດຜົມເອງໃນແຕ່ລະມື້ ລວມທັງມື້ໄຟນໍ, ເວທີແທ້ ແມ່ນຈັດຢູ່ ເອັກເຊວ ລອນດອນ ເວທີໃຫຍ່ອະລັງການ ມີຜູ້ເຂົ້າຊົມຫຼາຍຮ້ອຍຈາກຫຼາຍປະເທດ, ໂຊເປີດໂຕເປັນເພງຊ້າທຸກຄົນຕ້ອງໃຊ້ອິນເນີໄປນຳ, ໂຊທີ່ສອງແມ່ນຊຸດຄອສຕູມຂອງໃຜລາວອອກມາເທື່ອລະທີມສີ ທຸກຄົນຕ້ອງໄດ້ອອກມາໜ້າເວທີສະແດງໂຊຕົວເອງແລ້ວຜູ້ຢູ່ທາງຫຼັງເຮັດຕາມ ເມ ແມ່ນຟ້ອນດວງຈຳປາຄືເກົ່າ, ໂຊຕໍ່ມາແມ່ນໄດ້ຍ່າງໄປເຕັ້ນໄປສະເຕັບແຕ່ລະທີມສີແມ່ນຕ່າງກັນເນັ້ນຄວາມເອັນເຕີເທນ(ເຕັ້ນມ່ວນຈົນລືມວ່າໃສ່ສົ້ນສູງ ). ຈາກນັ້ນປະກາດຮອບ 40ຄົນ ຍ່າງຄູ່ ແລ້ວຄັດເອົາ 12ຄົນ ຍ່າງເຕັ້ນໃນເພງ Girls in London ແລ້ວຕອບຄຳຖາມຈາກວິດີໂອສັ້ນໆ, ຄັດເອົາ 5ຄົນ ມານັ່ງສຳພາດ ແລະ ມິສເວີລ 2019 ແມ່ນ ຈາໄມກາ.

ເມ ໄດ້ຝຶກຕົວເອງຫຼາຍເລີຍທັງດ້ານພາສາທີ່ຮູ້ສຶກວ່າເວົ້າເກັ່ງຂຶ້ນຫຼັ້ງຈາກກັບມາ, ຝຶກຄວາມອົດທົນ ຮຽນຮູ້ເອົາໂຕຫລອດຊ່ວຍເຫຼືອຕົວເອງ, ການສ້າງມິດຕະພາບທີ່ດີ, ການເປີດໂລກກະທັດໃນໂລກກ້ວາງ ແລະ ຍັງໄດ້ຄວາມຮູ້ກ່ຽວກັບສິ່ງທີ່ເກີດຂຶ້ນໃນໂລກລວມທັງໄດ້ຮູ້ຈັກສະຖານທີ່ ທີ່ບໍ່ເຄີຍຮູ້ຈັກມາກ່ອນ. ສິ່ງສຳຄັນທີ່ສຸດຄືເຮັດໃຫ້ທຸກປະເທດໄດ້ຮູ້ວ່າລາວຢູ່ໃສ ມີເອກະລັກວັດທະນະທຳແນວໃດ, ພູມໃຈ ແລະ ດີໃຈ ທີ່ໄດ້ເປັນ ມິສເວີລລາວ ຄົນທີ່ສາມຂອງປະເທດ ຄັ້ງໜຶ່ງໃນຊີວິດ ມັນຈະຖືກບັນທຶກໄວ້ຕະຫຼອດໄປ. May Nelamith Miss World Lao 2019.


ຂອບໃຈຂໍ້ມູນຈາກ: May Nelamith

25 views0 comments
bottom of page