top of page
Tìm kiếm

Gucci products are made with carefully selected materials. Please handle with care for longer product life.

  • Protect from direct light, heat and rain. Should it become wet, dry it immediately with a soft cloth

  • Fill the bag with tissue paper to help maintain its shape and absorb humidity, and store in the provided flannel bag

  • Do not carry heavy products that may affect the shape of the bag

  • Clean with a soft, dry cloth







2 lượt xem0 bình luận


ເປີດຕົວໄປເປັນທີ່ຮຽບຮ້ອຍແລ້ວສຳລັບ ALL NEW TOYOTA YARIS ATIV ລົດເກັງ Subcompact ລຸ້ນໃໝ່ລ່າສຸດ ກ່ອນໜ້ານີ້ມີຂ່າວລືຫຼາຍກ່ຽວກັບລົດໂຕໂຢຕ້າທີ່ຈະນຳເອົາ Vios ເຂົ້າມາຕະຫຼາດໃນປະເທດໄທອີກຄັ້ງ. ເຊິ່ງຮູບທີ່ອອກມານັ້ນມີລັກສະນະຄ້າຍໆກັບ ALL NEW TOYOTA YARIS ATIV ທີ່ຫາກໍ່ເປີດຕົວໃນຄັ້ງນີ້. ອາດຈະເປັນການດັບຝັນ Vios ນີ້ກໍເປັນໄດ້ ສຳລັບ ALL NEW TOYOTA YARIS ATIV ມາພ້ອມກັບການອອກແບບໃໝ່ທີ່ມີລັກສະນະສະປອດຫຼາຍຂຶ້ນ ເປັນລົດເກັງຂະໜາດນ້ອຍ 5 ບ່ອນນັ່ງ 4 ປະຕູ ທີ່ອັດແໜ້ນໄປດ້ວຍເທັກໂນໂລຍີຄວາມປອດໄພທີ່ມາພ້ອມກັບ 4 ລຸ້ນຍ່ອຍ ແລະ ລາຄາເລີ່ມຕົ້ນ 539,000 ບາດ ຫຼື 266,805,000 ກີບ (ລາຄາໃນໄທ)

ລາຄາຢ່າງເປັນທາງການ

  • PREMIUM LUXURY ລາຄາ 689,000 ບາດ ຫຼື 341,055,000 ກີບ

  • PREMIUM ລາຄາ 659,000 ບາດ ຫຼື 326,205,000ກີບ

  • SMART ລາຄາ 584,000 ບາດ ຫຼື 289,080,000 ກີບ

  • SPORT ລາຄາ 539,000 ບາດ ຫຼື 266,805,000 ກີບ



ສະເປັກ

ຂະໜາດຂອງຕົວລົດ

  • ຂະຫນາດພາຍນອກຢູ່ທີ່ 4,425×1,740×1,480 ມມ (ຍາວxກວ້າງxສູງ)

  • ຄວາມຍາວຖານລໍ້ 2,620 ມມ.

  • ຄວາມກວ້າງຂອງຖານລໍ້ 1,520/1,510 (ໜ້າ/ຫລັງ)

  • ໄລຍະຫ່າງຕໍາ່ສຸດທີ່ຈາກພື້ນຖັງຫາຕົວລົດແມ່ນ 160 ມມ.

  • ລັດສະໝີລ້ຽວແຄບທີ່ສຸດແມ່ນ 4.8 ແມັດ.

  • ເຄື່ອງຈັກ

  • ເຄື່ອງຈັກແອັດຊັງ 1.2 ລິດ 4 ສູບ

  • ກຳລັງສູງ​ສຸດ 94 ແຮງມ້າ​ 6000 rpm​

  • ແຮງບິດສູງສຸດ 110 Nm ທີ່ 4,400 rpm

  • ສົ່ງພະລັງງານຜ່ານລະບົບເກີຍອັດຕະໂນມັດ CVT ຂັບເຄື່ອນ2ຫນ້າ

  • ອັດຕາສິ້ນເປືອງ​ສະ​ເລ່ຍ​ຕໍ່ 23.3 km / ລິດ​



ເຕັກ​ໂນ​ໂລ​ຊີ​ຄວາມ​ປອດ​ໄພ​

  • ລະບົບກະຈາຍແຮງເບຣກລໍ້ (EBD)

  • ລະບົບເສີມແຮງເບຣກ (BA)

  • ລະບົບຄວບຄຸມຄວາມສະຖຽນ (VSC)

  • ລະບົບກັນລໍ້ໝູນ(ລໍ້ຟີ) (TRC)

  • ລະບົບປ້ອງກັນການລັອກ (ABS)

  • ລະບົບອອກຕົວທາງຄ້ອຍ (HAC)

  • ລະບົບເຕືອນມຸມອັບສາຍຕາທີ່ກະຈົກຂ້າງ (BSM)

  • ລະບົບເຕືອນຂະນະຖອຍລົດ (RCTA)

  • ລະບົບຄວາມປອດໄພກ່ອນການຕຳ (PCS)

  • ລະບົບປັບໄຟສູງອັດຕະໂນມັດ (AHB)

  • ລະບົບເຕືອນເມື່ອອກນອກເລນພ້ອມພວງມາໄລດຶງກັບອັດຕະໂນມັດ (LDA)

  • ລະບົບເຕືອນໄພເມື່ອລົດຢູ່ທາງໜ້າກຳລັງເຄື່ອນທີ່

  • ລະບົບປ້ອງກັນການຢຽບຄັນເລັ່ງຜິດວິທີ

  • ຖົງລົມນິລະໄພດ້ານໜ້າ ແລະ ດ້ານຂ້າງ


Toyota Yaris Ativ 2023 ມີສີຕົວເຄື່ອງໃຫ້ເລືອກ 7 ສີ ໄດ້ແກ່ ສີສົມ Spicy Scarlet (ເພີ່ມ 7,000 ບາດ) ສີຂາວມຸກ Platinum White Pearl (ເພີ່ມ 7,000 ບາດ – ສະເພາະລຸ້ນ Premium ແລະ Premium Luxury) ສີຂາວ Super White II (ສະເພາະລຸ້ນ Sport ແລະ Smart) ສີເງິນ Metal Stream ສີເທົາ Urban Metal ສີດຳ Attitude Black Mica ສີແດງ Red Mica Metallic

16 lượt xem0 bình luận

ນັກວິທະຍາສາດກໍາລັງຕິດຕາມເຊື້ອໄວຣັສຊະນິດໃໝ່ທີ່ມາຈາກສັດໃນພາກຕາເວັນອອກຂອງຈີນ. ຈາກການລາຍງານພົບມີຜູ້ຕິດເຊື້ອຢ່າງ​ໜ້ອຍ​ຫຼາຍ​ສິບ​ຄົນ​ ໂດຍໄວຣັສ Langya henipavirus (LayV) ຖືກພົບໃນ​ຄົນ​ປ່ວຍ 35 ຄົນ​ໃນ​ແຂວງ ຊານຕົງແລະເຫີໜານ ຫຼາຍຄົນມີອາການໄຂ້ ເມື່ອຍລ້າ ແລະໄອ ແລະ ວາລະສານການແພເດ (The New England Journal of Medicine) ລະບຸວ່າຄິດວ່າເປັນໄວຣັສທີ່ຕິດຈາກສັດ ແຕ່ຍັງບໍ່ມີຫຼັກຖານທີ່ສະຫຼຸບວ່າ Langya ຈະສາມາດແພ່ເຊື້ອໃນໝູ່ມະນຸດໄດ້.



Wang Linfa ຫນຶ່ງໃນນັກວິໃຈຄົ້ນຄວ້າຂອງໂຮງຮຽນການແພດ Duke-NUS ໃນສິງກະໂປ ບອກກັບ Global Times ທີ່ດຳເນີນການໂດຍລັດທະບານຂອງຈີນວ່າກໍລະນີຂອງ LayV ທີ່ພົບເຫັນແມ່ນຍັງບໍ່ຮ້າຍແຮງຫຼືຮ້າຍແຮງຫຼາຍ "ດັ່ງນັ້ນບໍ່ຈໍາເປັນຕ້ອງຕົກໃຈ" ຢ່າງໃດກໍຕາມຍັງມີຄວາມຈຳເປັນທີ່ຕ້ອງຕື່ນຕົວຢູ່ສະເໝີເນື່ອງຈາກໄວຣັດທີ່ມີຢູ່ໃນທຳມະຊາດມີຜົນທີ່ຄາດເດົາບໍ່ໄດ້ເມື່ອພວກມັນເເພ່ເຊື້ອເຂົ້າສູ່ມະນຸດ




ນັກວິທະຍາສາດກ່າວວ່າ LayV ຖືກພົບ 27% ໃນຈຳພວກໜູ (Shrew) ແລະຍັງບອກວ່າສັດລ້ຽງລູກດ້ວຍນົມທີ່ມີລັກສະນະຄ້າຍໂຕຕຸ່ນອາດເປັນແຫຼ່ງສະສົມເຊື້ອຕາມທຳມະຊາດ



ສູນຄວບຄຸມພະຍາດໄຕ້ຫວັນກ່າວໃນວັນອາທິດວ່າ "ໃຫ້ເອົາໃຈໃສ່ຢ່າງໃກ້ຊິດ" ຕໍ່ການພັດທະນາ LayV ເປັນໄວຣັສ henipa ຊະນິດໜຶ່ງເຊິ່ງເປັນປະເພດຂອງໄວຣັສທີ່ສາມາດໂດດຈາກສັດໄປສູ່ຄົນໄດ້ ປົກກະຕິແລ້ວໄວຣັສຈາກສັດໄປສູ່ຄົນແມ່ນເປັນເລື່ອງປົກກະຕິ ແຕ່ມັນໄດ້ຮັບຄວາມສົນໃຈຫຼາຍຂຶ້ນນັບຕັ້ງແຕ່ການເລີ່ມລະບາດຂອງ ໂຄວິດ coronavirus.


​ສູນ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະ​ຍາດ​ຂອງ​ສະ​ຫະ​ລັດ (US Center for Disease Control and Prevention) ລະບຸວ່ານັກນັກ​ວິ​ທະ​ຍາ​ສາດປະເມີນວ່າ 3 ໃນ​ 4 ​ຂອງ​ພະ​ຍາດ​ໃໝ່​ ຫຼື ​ເກີດໃໝ່ໃນຄົນມາຈາກສັດ



ອົງການ​ສະຫະ​ປະຊາ​ຊາດ​ໄດ້​ເຕືອນ​ກ່ອນໜ້າວ່າ​ໂລກ​ຈະ​ປະ​ເຊີນ​ໜ້າ​ກັບ​ພະຍາດ​ດັ່ງກ່າວຫຼາຍຂື້ນ ​ດ້ວຍການ​​ສະແຫວງຫາປະໂຫຍດຈາກ​ສັດປ່າ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເພີ່ມ​ຂຶ້ນ ໄວຣັສບາງຊະນິດຈາກສັດບາງຊະນິດສາມາດເຮັດໃຫ້ມະນຸດເສີຍຊີວິດໄດ້ ເຊິ່ງລວມເຖິງເຊື້ອໄວຣັສເຮນິປາ (Henipavirus) ເຊິ່ງມີການລະບາດເປັນໄລຍະໃນສັດແລະມະນຸດໃນອາຊີ.

0 lượt xem0 bình luận
1
2
bottom of page