top of page

WOW With 35 Celebrity Of Love : Chanthaphone Souttavong


Kaona Laos Entertainment Advertising Agency Co.,Ltd

1. Mrs. Chanthaphone Souttavong

2. Ms. Alissa Souttavong


ຫຼັກການຫຼືແນວທາງດໍາເນີນຊີວິດ ທໍາອິດກໍຄືການໃຊ້ຊີວິດຢູ່ແບບພໍພຽງ ດົນໆຄັ້ງກໍຈະໃຫ້ລາງວັນກັບຊີວິດດ້ວຍການໄປທ່ຽວກັບຄອບຄົວ ແລະ ເຮັດໃຫ້ທຸກວັນນີ້ມີຄວາມສຸກ ບໍ່ມີໃຜທີ່ສົມບູນແບບ ທຸກຄົນມີບັນຫາຊີວິດບໍ່ຄືກັນ ເວັ້ນແຕ່ວ່າຈະມີສະຕິ ແລະ ຮັບມືກັບມັນໄດ້ແນວໃດ ຕຸ່ນ DIVA ເອງ ບາງຄັ້ງກໍພົບບັນຫາຕ່າງໆເຂົ້າມາໃນຄອບຄົວ ເຄີຍຄິດວ່າເປັນຫຍັງເຮົາຈຶ່ງບໍ່ເປັນແບບນີ້ ຫຼື ແບບນັ້ນ ຄວາມຈິງແລ້ວ ເຮົາສາມາດປ່ຽນແປງຄວາມເປັນຈິງໄດ້ ກໍຄືຈາກການຍອມຮັບ ແລະ ປັບຕົວໃຫ້ເປັນໄປຕາມທໍາມະຊາດ ແລະ ມັນກໍດີຂຶ້ນແທ້ ຄະຕິປະຈໍາໃຈໃນການດໍາລົງຊີວິດຂອງຕຸ່ນກໍຄື “ຍອມຮັບ ແລະ ປັບຕົວ ບໍ່ເອົາປຽບຄົນອື່ນ ຄິດດີ ແລະ ປະພຶດດີ”

ສິ່ງທີ່ເຮັດໃຫ້ຊີວິດສົມບູນແບບກໍຄື ຄອບຄົວ ພວກເຮົາບອກຮັກກັນທຸກມື້ ໂດຍການກອດ ແລະ ຫອມແກ້ມກັນ ມັນເຮັດໃຫ້ພວກເຮົາມີຄວາມຜູກພັນກັນຫຼາຍຂຶ້ນ ວັນເສົາ ແລະ ວັນອາທິດ ໃຫ້ເປັນເວລາຂອງຄອບຄົວ ຄືການໄປຮັບປະທານອາຫານຂ້າງນອກ ເຮັດກິດຈະກໍາຮ່ວມກັນໃຫ້ຫຼາຍ ໃນວາລະໂອກາດທີ່ສໍາຄັນກໍມອບຂອງຂວັນໃຫ້ແກ່ກັນເລັກໆນ້ອຍໆ ເພື່ອໃຫ້ອີກຝ່າຍດີໃຈ ແລະ ມີຄວາມສຸກ ຂໍໃຫ້ທຸກຄົນຈົ່ງສະແດງຄວາມຮັກເຊິ່ງກັນ ແລະ ກັນ ບໍ່ວ່າຈະເປັນພໍ່ ແມ່ ອ້າຍ ເອື້ອຍ ນ້ອງ ທີ່ສໍາຄັນກັບຄົນທີ່ມີຄູ່ ໝັ່ນເຕີມຄວາມຮັກໃຫ້ແກ່ກັນ ໃຫ້ອະໄພ ນຶກເຖິງແຕ່ຄວາມດີທີ່ເຮັດຮ່ວມກັນ ມັນກໍຈະເຮັດໃຫ້ຊີວິດຄູ່ຂອງເຮົາມີຄວາມສຸກຕະຫຼອດໄປ



72 views0 comments
bottom of page