top of page

WOW With 35 Celebrity Of Love : Vannaly Onsavath



LT Sole Co.,Ltd

1. Mrs. Vannaly Onsavath

2. Mr. Vilakorn Onsavath


ຫຼັກໃນການດໍາເນີນຊີວິດ ການທີ່ຄົນເຮົາຈະປະສົບຜົນສໍາເລັດ ມັນບໍ່ໄດ້ຢູ່ທີ່ໂຊກລາບຊ່ວຍ ແຕ່ຢູ່ທີ່ການລົງມືເຮັດ ຄົນເຮົາມີເວລາເທົ່າກັນ ແຕ່ຂຶ້ນຢູ່ກັບວ່າເຮົາຈະຈັດການກັບມັນໄດ້ແນວໃດ ແລະ ອີກສິ່ງໜຶ່ງກໍຄື ຂ້າພະເຈົ້າຈະເຕັມທີ່ກັບທຸກສິ່ງທຸກຢ່າງທີ່ເຮັດສະເໝີ ເພາະຢ່າງໜ້ອຍຂ້າພະເຈົ້າເຊື່ອວ່າ ຖ້າສິ່ງໃດທີ່ເຮົາລົງມືເຮັດແລ້ວມັນເຕັມຮ້ອຍ ຜົນຂອງມັນກໍຈະດີສະເໝີ ແລະ ໃນດ້ານຄວາມຮັກຂອງຄອບຄົວ ຂ້າພະເຈົ້າເຊື່ອວ່າ ລູກທຸກຄົນຄືກ່ອງດວງໃຈຂອງຜູ້ເປັນພໍ່ເປັນແມ່ ຂ້າພະເຈົ້າໃນຖານະແມ່ ສິ່ງທີ່ສອນໃຫ້ລູກໆ ສະເໝີກໍຄືໃຫ້ເຂົາໄດ້ຮຽນຮູ້ດ້ວຍຕົນເອງ ຈະບໍ່ບັງຄັບໃຫ້ເຂົາໃຊ້ຊີວິດໃນແບບທີ່ເຮົາຕ້ອງການ ແຕ່ຈະໃຫ້ເຂົາໄດ້ຄົ້ນຫາຕົວເອງ ຖ້າສິ່ງໃດທີ່ເຂົາເຮັດແລ້ວມັນບໍ່ດີ ຫຼື ຜິດ ເຮົາກໍຈະສອນ ແຕ່ຖ້າສິ່ງໃດທີ່ມັນດີ ຫຼື ຖືກຕ້ອງເຮົາກໍຈະຊົມເຊີຍ ຢ່າງໜ້ອຍເຂົາຈະໄດ້ຮຽນຮູ້ທີ່ຈະເປັນຄົນດີເພື່ອໃຊ້ຊີວິດດ້ວຍຕົນເອງໃນສັງຄົມ ໂດຍທີ່ເຮົາບໍ່ຕ້ອງຫ່ວງ ແລະ ສິ່ງສໍາຄັນກໍຄື ການສອນໃຫ້ລູກຮູ້ຈັກກັບການໃຫ້ຄວາມຮັກ ການມີນໍ້າໃຈ ແລະ ການໃຫ້ອະໄພ ຄືກັບທີ່ຂ້າພະເຈົ້າໃຫ້ກັບລູກໆທຸກຄົນ



29 views0 comments
bottom of page