top of page

WOW With 35 Celebrity Of Love : Vilayvanh Chanthery


Under The Tree

1. Mrs. Vilayvanh Chanthery

2. Mr. Southisak Phanphengdy

3. Mr. Sonexay Phanphengdy


ຫຼັກການໃນການດຳເນີນຊີວິດ ເຮົາຕ້ອງເປັນແບບຢ່າງທີ່ດີກ່ອນ ແລ້ວຈຶ່ງຮູ້ຈັກສອນຄົນອື່ນ ຍ້ອນຕົວເອງເປັນລູກສາວກົກ ເປັນເອື້ອຍ ແລະ ເປັນແມ່ ການເປັນຕົ້ນແບບທີ່ດີແມ່ນສຳຄັນຫຼາຍ ບໍ່ວ່າຈະເປັນ ເລື່ອງຄຸນນະທໍາ ແລະ ຄວາມຕັ້ງໃຈໃນການເຮັດວຽກ ຫຼື ດຳເນີນທຸລະກິດຕ່າງໆ, ຕ້ອງຮູ້ຈັກກາລະເທສະ , ຮູ້ຈັກແບ່ງປັນ, ຮູ້ຈັກບຸນຄຸນ ແລະ ຕອບແທນ ທັງໝົດນີ້ແມ່ນຫຼັກການແນວຄິດທີ່ເຮົາຢຶດຖືສະເໝີມາ ແຕ່ສິ່ງທີ່ສໍາຄັນທີ່ສຸດກໍຄື ພື້ນຖານຄວາມສຳເລັດທຸກຢ່າງທີ່ເຮົາໄດ້ມາ ແຮງຊຸກຍູ້ ແລະ ກຳລັງໃຈຫຼັກແມ່ນມາຈາກຄອບຄົວເປັນອັບດັບທໍາອິດ ແລະ ການສ້າງ ການພັດທະນາຄອບຄົວໃຫ້ມີຄວາມຮັກທີ່ແໜ້ນແຟ້ນ ແລະ ຄວາມສາມັກຄີກົມກຽວ ນັບຕັ້ງແຕ່ລູກ ຫຼື ຄູ່ຄອງຕ້ອງເລີ່ມຈາກເຮົາທີ່ເປັນຜູ້ໃຫ້ກ່ອນເຊັ່ນ: ໃຫ້ກຽດ ໃຫ້ກຳລັງໃຈ ໃຫ້ຄວາມອົບອຸ່ນ ແລະ ໃຫ້ການສະໜັບສະໜູນໃນສິ່ງທີ່ເຂົາເປັນແລະ ສິ່ງທີ່ເຂົາມັກ ຈາກການໃຫ້ດັ່ງກ່າວມັນຈະເປັນບາດກ້າວທີ່ດີໃນການສ້າງຄວາມຜູກພັນໃນຄອບຄົວ



15 views0 comments
bottom of page