top of page
Search

ຊື່ ສີລິພົງ ຍັງນຸວົງ ຊື່ຫຼີ້ນ ບອສ,ອາຍຸ 19ປີ, ສູງ 173cm, ນ້ຳໜັກ 60ກິໂລ,ການສຶກສາແມ່ນຈົບຈາກວິທະຍາໄລວຽງຈັນ-ຮ່ານອຍເວລາຫ່ວາງມັກຫຼີ້ນກີຕ້າ,ຮ້ອງເພງ,ກີລາທີ່ມັກແມ່ນເຕະບານ, ຈຸດເລີ່ມຕົ້ນໃນວົງການບັນເທີງແມ່ນປະກວດ barber laos, ວຽກທີ່ມັກທີ່ສຸດໃນວົງການບັນເທີງແມ່ນການສະແດງ,ເດີນແບບ, ຄວາມຝັນສູງສຸດຂອງການເຮັດວຽກໃນວົງການບັນເທີງແມ່ນຢາກພັດທະນາຕົນເອງໃຫ້ຮອດເປົ້າໝາຍທີ່ວາງໄວ້. ແຮງບັນດານໃຈທີ່ເຮັດໃຫ້ເຂົ້າມາຢູ່ໃນຈຸດນີ້ແມ່ນຍ້ອນຄວາມມັກ,ຮັກໃນວົງການບັນເທີງ



ຄາເລັກເຕີ້ “ໜຸ່ມນ້ອຍ ໜ້າຮັກ ສະຕາຍເກົາຫຼີ”





134 views0 comments


ຊື່ ແສງຕາວັນ ສຸວັນນະໄກສອນ ຊື່ຫຼີ້ນ ບິກ ອາຍຸ 20ປີ, ສູງ 174cm ນ້ຳໜັກ 63ກິໂລ,ກຳລັງສຶກສາ ສາຂາ ຄອມພິວເຕີ້ທຸລະກິດປີ3 ວິທະຍາໄລລາວທອບ, ເວລາຫ່ວາງມັກອອກໄປເຮັດກິດຈະກຳນອກບ້ານກັບໝູ່,ກີລາທີ່ມັກແມ່ນປິ່ງປ່ອງ,

ຈຸດເລີ່ມຕົ້ນໃນວົງການບັນເທີງແມ່ນເດີນແບບລາວແຟຊັ້ນວິກ. ບິກມັກທຸກດ້ານໃນວົງການບັນເທີງບໍ່ວ່າຈະເປັນການສະແດງ, ການເດີນແບບ, ຖ່າຍໂຄສະນາ,ຖ່າຍເອັມວີ. ວົງການບັນເທີງເຮັດໃຫ້ມີຄວາມສຸກແລະຢາກພັດທະນາຕົນເອງໄປເລື້ອຍໆໃຫ້ປະສົບຜົນສຳເລັດ, ແຮງບັນດານໃຈທີ່ເຮັດໃຫ້ເຂົ້າມາຢູ່ໃນຈຸດນີ້ແມ່ນຢາກເປັນນັກສະແດງແຖວໜ້າຂອງປະເທດ.


ຄາເລັກເຕີ້ “ໜຸ່ມຫຼໍ່ ຂີ້ຫຼີ້ນ ກວນໆ”





7 views0 comments

ຊື່ ຈອນນີ້ ສ້ອຍວຽງວົງ ຊື່ຫຼີ້ນ ຈ່ອນ ອາຍຸ 21ປີ, ສູງ 178cm, ນ້ຳໜັກ 60ກິໂລ,ກຳລັງສຶກສາຢູ່ຄະນະສະຖາປັດຕະຍະກຳ ປີ4 ມະຫາວິທະຍາໄລແຫ່ງຊາດລາວ,ເວລາຫ່ວາງມັກຊ້ອມຮຽນການສະແດງ,ເດີນແບບ

ກີລາທີ່ມັກແມ່ນ: ຕີບານ. ຈຸດເລີ່ມຕົ້ນໃນວົງການບັນເທີງແມ່ນເດີນແບບງານແຟຊັ້ນວີກ 2019, ຖ່າຍໂຄສະນາສິນຄ້າ, ວຽກທີ່ມັກທີ່ສຸດໃນວົງການບັນເທີງແມ່ນມັກດ້ານການສະແດງທີ່ສຸດ,ມີຄວາມຝັນຢາກປະສົບຜົນສຳເລັດ,ຢາກໃຫ້ມີຄົນຮູ້ຈັກຫຼາຍຂື້ນ,ຢາກມີຜົນງານຫຼາຍໆຢ່າງ, ສ່ວນແຮງບັນດານໃຈທີ່ເຮັດໃຫ້ເຂົ້າມາຢູ່ໃນວົງການບັນເທີງແມ່ນມີໄອດໍ້ເປັນນັກສະແດງລຸ້ນອ້າຍ.


ຄາເລັກເຕີ້ “ໜຸ່ມນ້ອຍ ໜ້າຄົມ”




227 views0 comments
bottom of page