top of page
Search

ຊື່ ສົມສັກ ຄຳຜຸຍ ຊື່ຫຼີ້ນ ລູນີ່,ອາຍຸ 16ປີ,ສູງ 170cm,ນ້ຳໜັກ 47ກິໂລ,ກຳລັງສຶກສາຢູ່ຊັ້ນມໍ6 ໂຮງຮຽນນານາຊາດປັນຍາທິບ, ເວລາຫ່ວາງມັກຫຼີ້ນກີຕ້າ,ຮຽນຮ້ອງເພງ,ກີລາທີ່ມັກແມ່ນເຕະບານ. ຈຸດເລີ່ມຕົ້ນໃນວົງການບັນເທີງແມ່ນມັກໃນການສະແດງກໍ່ເລີຍເຂົ້າມາແຄັສໜັງນຳຄ່າຍໜັງ ທາລາອະຄາເດມີ,ສຳຫຼັບວຽກໃນວັງການບັນເທີງແມ່ນມັກໃນດ້ານການສະແດງແລະເປັນສິລະປິນນັກຮ້ອງ,ຄວາມໄຝ່ຝັນສູງສຸດໃນການເຮັດວຽກໃນວົງການບັນເທີງແມ່ນເປັນນັກສະແດງທີ່ມີຄຸນນະພາບທີ່ດີໃນວົງການບັນເທີງລາວ,ສ່ວນແຮງບັນດານໃຈທີ່ເຮັດໃຫ້ເຂົ້າມາຢູ່ຈຸດນີ້ແມ່ນມີດາຣາເພື່ອນບ້ານເປັນໄອດໍ້ຊື່ (ອ້າຍນະເດດ)


ຄາເລັກເຕີ້ “ໜຸ່ມນ້ອຍ ຂີ້ອ້ອນ”





51 views0 comments

ຊື່ ອານຸສອນ ພູຄຳ,ຊື່ຫຼີ້ນ ສຽວຫຼົງ ອາຍຸ 20ປີ, ສູງ 172cm,ນ້ຳໜັກ 65ກິໂລ,ກຳລັງສຶກສາຢູ່ປີ2 ວິທະຍາໄລ ປາກປະສັກ, ເວລາຫ່ວາງມັກເບິ່ງໜັງ,ຟັງເພງ,ຟິດເນັດ ແລະ ກີລາທີ່ມັກແມ່ນລອຍນໍ້າ. ເລີ່ມຕົ້ນເຂົ້າວົງການບັນເທີງແມ່ນປະກວດ Top To Idol 1017-2018 ໄດ້ຮັບຕຳແໜ່ງ The winner. ສະເພາະວຽກໃນວົງການບັນເທີງແມ່ນມັກໃນດ້ານການສະແດງ ແລະ ມີຄວາມໄຝ່ຝັນອັນສູງສຸດໃນວົງການບັນເທີງແມ່ນຢາກເປັນນັກສະແດງຄົນໜຶ່ງທີ່ມີຊື່ສຽງແລະມີຄວາມສາມາດໃນທຸກໆດ້ານ, ສ່ວນແຮງບັນດານໃຈທີ່ເຮັດໃຫ້ເຂົ້າມາຢູ່ໃນວົງການບັນເທີງແມ່ນຢາກໃຫ້ຄົນຮູ້ຈັກຫຼາຍຂື້ນແລະເປັນທີ່ຍອມຮັບໃນສັງຄົມ, ຢາກຊ່ວຍເຫຼືອສັງຄົມ


ຄາເລັກເຕີ້ “ໜຸ່ມເທ້ ດຶງໃຈສາວໆ”



26 views0 comments

ຊື່ ພົງດະໄນ ຫຍຸຍວານິດສະວົງ ຊື່ຫຼີ້ນ ເບຍ,ອາຍຸ 17ປີ, ສູງ 172cm ນ້ຳໜັກ 65ກິໂລ, ກຳລັງສຶກສາຢູ່ຊັ້ນມໍ6 ໂຮງຮຽນ KPRS ປະເທດໄທ,

ເວລາຫ່ວາງມັກໄປຖ່າຍຮູບທຳມະຊາດ,ກີລາທີ່ມັກແມ່ນເຕະບານ, ຈຸດເລີ່ມຕົ້ນໃນວົງການບັນເທີງແມ່ນການເດີນແບບຂອງຫ້ອງເສື້ອ ແອໂຣ, ປະກວດ Brand Ambassador (ຕິດທ໊ອບ10ຄົນ). ວຽກໃນວົງການບັນເທີງທີ່ມັກທີ່ສຸດແມ່ນເປັນຜູ້ກຳກັບໜັງ ແລະ ຄວາມຝັນອັນສຸງສຸດແມ່ນສ້າງໜັງເປັນຂອງໂຕເອງ. ສ່ວນແຮງບັນດານໃຈແມ່ນໄດ້ມາຈາກໄອດໍ້ເປັນຄົນຕ່າງຊາດຊື່ (Quentin Tarantino)



ຄາເລັກເຕີ້ “ໜຸ່ມນ້ອຍ ໜ້າໃສ ຜູ້ທີ່ມີຄວາມຝັນ”





227 views0 comments
bottom of page