top of page
Search

ງົດງາມຫລາຍ ຊຸດມາເຢີ້ຂັວນເອີຍ ຊຸດປະຈຳຊາດ ມີສແກຣນລາວ 2022

MISS GRAND LAOS 2022.

ຕຽມຕົວໂຊວັດທະນະທຳ ຮິດຄອງ ປະເພນີ ອັນດີງາມຂອງຊາດລາວ ໃນການປະກວດ MISS GRAND INTERNATIONAL 2022 ທີ່ປະເທດ ອິນໂດເນເຊຍ.




ເຊິ່ງຈະຖືກສວມໃສ່ ແລະ ນຳສະເໜີໂດຍ ນ້ອງ ດີນ່າ ພຸດສະຫັວນ ວົງຄຳຊາວ ມີສແກຣນລາວ 2022 Miss Grand Laos 2022

ຊຸດ ມາເຢີ້ຂັວນເອີຍ ຖືກອອກແບບໂດຍນັກອອກແບບໄວໜຸ່ມລາວ ອອກແບບໂດຍ ທ້າວ ຂັນໄຊ ແຖມພູຄຳ ແລະ ທ້າວ ພຸດທະວົງ ວົງໄຊຍາ ທີ່ໄດ້ຮັບລາງວັນຊະນະເລີດ ໃນການປະກວດ ຮອບຊຸດຄວາມຄິດສ້າງສັນ ໃນເວທີ ມີສແກຣນລາວ 2022​









16 views0 comments

ເບື່່ອບໍ່ກັບການເຮັດວຽກຢູ່ບ້ານແບບ Work from home ບໍ່ໄດ້ອອກໄປໃສ, ບໍ່ໄດ້ເຈີໝູ່ເພື່ອນ, ບໍ່ໄດ້ແຕ່ງຕົວງາມໆ ຄັນຊັ່ນມື້ນີ້ເຮົາຈະມາບອກວິທີ ຢູ່ບ້ານຈັ່ງໃດໃຫ້ ທັ້ງງາມ ທັ່ງເລີດ ກັບ ໄອເທັມ ຊຸດຄູມອາບນ້ຳ ຫຼື bathrobe ຈາກແບລນ ລັກຊົວຣີ່ ທີ່ຮັບຮອງວ່າ ຈະໄດ້ທັງຄວາມຫຣູຫຫຣາ ແລະ ຄອນເທັນ ໄວ້ລົງຕິກຕ໋ອກແນ່ນອນກັບແຮສແທກ #Work From Home ຫລື #Work From Home Be Like ແລະມື້ນີ້ເຮົາໄດ້ລວບລວມຊຸດຄຸມອາບນ້ຳມາຈາກບັນດາລັກຊົວຣີ່ແບຣນ ມາໃຫ້ທຸກຄົນໄດ້ເລືອກຊົມກັນ ຈະມີແບລນໃດແດ່ເຮົາໄປເບິ່ງກັນເລຍ


Dior Oblique Bathrobe

Versace I ♡ Baroque Bathrobe

Fendi Multicolour fabric bathrobe

Moschino Underbear bathrobe


Ralph Lauren Short Shawl-Collar Robe



11 views0 comments

ເມື່ອຮອດລະດູໝາກໄມ້ສີເຫຼືອງກິ່ນຫອມເປັນທີ່ດຶງດູດ ຄົນທີ່ມັກກິນໝາກຖົ່ວລຽນຈະຕ້ອງເສຍເງິນຊື້ຖົ່ວລຽນທຸກຄັ້ງ ແລະ ບາງຄົນອາດຈະມີຄວາມຮູ້ສຶກຢາກທີ່ຈະລອງພະຍາຍາມປູກຖົ່ວລຽນ ​​ ແຕ່​ຫຼາຍ​ຄົນ​ເວົ້າ​ວ່າ​ການ​ປູກ​ຖົ່ວລຽນມັນບໍ່​ງ່າຍ ບໍ່ຄ່ອຍລອດ ເຮົາມີຄຳແນະນຳການປູກຖົ່ວລຽນຈາກກົມສົ່ງເສີມກະສິກຳກະຊວງກະສິກຳ ແລະ ສະຫະກອນ ມາເປັນຂໍ້ມູນໃຫ້ເບື້ອງຕົ້ນ



ພັນຖົ່ວລຽນ

ຖົ່ວລຽນພັນຊະນີ

ຂໍ້ດີ

  • ທົນທານຕໍ່ໂລກເນົ່າຂອງຮາກ ກົກເນົ່າພໍສົມຄວນ

  • ອອກດອກງ່າຍ

  • ເນື້ອແຫ້ງ, ລົດຊາດດີ, ສີງາມ.

ຂໍເສຍ

  • ອອກດອກດົກແຕ່ຕິດຜົນຍາກ

  • ເປັນໄສ້ຊືມງ່າຍ

  • ອ່ອນແອຕໍ່ໂລກໃບຕິດ

ຖົ່ວລຽນພັນໝອນທອງ

ຂໍ້ດີ

  • ລາຄາສູງກວ່າພັນອື່ນ

  • ຕິດໝາກດີ ໄດ້ນ້ຳໜັກດີ

  • ເນື້ອຫລາຍ ເມັດລິບ ມີກິ່ນຫອມ ເນື້ອລະອຽດເເຫ້ງ ບໍ່ເລະ ໝາກສຸກແລ້ວເກັບໄດ້ດົນ

  • ບໍ່ຄ່ອຍເປັນໄສ້ຊືມ

ຂໍເສຍ

  • ອ່ອນເເອຕໍ່ໂລກຮາກເນົ່າ


ຖົ່ວລຽນພັນກ້ານຍາວ

ຂໍ້ດີ

  • ຕິດໝາກດີ

  • ລາຄາຄ້ອນຂ້າງດີ

  • ໝາກໄດ້ນ້ຳໜັກດີ

ຂໍ້ເສຍ

  • ອ່ອນເເອຕໍ່ໂລກຮາກເນົ່າກົກເນົ່າ

  • ເປືອກໜາ

  • ເນື້ອໜ້ອຍ

  • ເປັນໄສ້ຊືມງ່າຍ

  • ໝາກສຸກເກັບໄວ້ໄດ້ບໍ່ດົນ

  • ການອອກໝາກຊ້າ

ຖົ່ວລຽນພັນກະດຸມ

ຂໍ້ດີ

  • ບໍ່ມີບັນຫາໄສ້ຊືມເພາະເປັນພັນເບົາເກັບກ່ຽວກ່ອນຝົນຕກ

  • ອອກດອກໄວໝາກແກ່ໄວຈຶ່ງຂາຍໄດ້ລາຄາດີໃນຊ່ວງຕົ້ນລະດູ

  • ໝາກດົກ ຕິດຜົນງ່າຍ

  • ໃຫ້ໝາກໄວ

ຂໍເສຍ

  • ອ່ອນແອຕໍ່ໂລກຮາກເນົ່າ


ສິ່ງທີ່ຄວນຄໍາ​ນ​ຶງໃນການເລືອກພື້ນທີ່ປູກຖົ່ວລຽນ​


  1. ແຫຼ່ງນ້ຳ ຕ້ອງມີແຫຼ່ງນ້ຳຈືດໃຫ້ຕົ້ນຖົ່ວລຽນພຽງພໍຕະຫຼອດປີ.

  2. ອຸນ​ຫະ​ພູມ​ແລະ​ຄວາມ​ຊຸ່ມ​ຊື່ນ​ຖົ່ວລຽນມັກອາກາດຮ້ອນແລະຊຸ່ມຊື່ນ ອຸນຫະພູມທີ່ເໝາະສົມແມ່ນຢູ່ໃນລະດັບປະມານ 25-30 ອົງສາ ຄວາມຊຸ່ມຊື່ນໃນອາກາດປະມານ 75-85% ຖ້າປູກໃນບໍລິເວນທີ່ມີສະພາບອາກາດແຫ້ງແລ້ງ ມີອາກາດຮ້ອນຈັດ ເຢັນຈັດ ແລະ ລົມແຮງຈະພົບເຫັນໃບໄມ້ຫຼົ່ນ ຫຼື ໃບຕົກ ຕົ້ນ​ຖົ່ວລຽນຈະ​ບໍ່​ເຕີບ​ໂຕ​ຫຼື​ເຕີບ​ໂຕ​ຊ້າ ໃຫ້ຜົນຜະລິດຊ້າແລະຕໍ່າ ບໍ່ຄຸ້ມຄ່າກັບການລົງທຶນ.

  3. ສະພາບຂອງດິນຄວນຈະເປັນດິນຮ່ວນ ຫຼື ດິນຮ່ວນປົນຊາຍ ດິນໜຽວປົນຊາຍ ມີການລະບາຍນ້ຳທີ່ດີ ແລະ ຊັ້ນໜ້າດິນເລິກ ເພາະຖົ່ວລຽນເປັນພືດທີ່ມີຄວາມອ່ອນແອຕໍ່ສະພາບນ້ຳຂັງຄາມເປັນກົດດ່າງຂອງດິນຢູ່ລະຫວ່າງ 5.5-6.5 ຖ້າຈະປູກຖົ່ວລຽນໃນສະພາບດິນຊາຍແມ່ນຕ້ອງເອົາດິນຈາກແຫຼ່ງອື່ນມາຖົມຕ້ອງໃສ່ປຸ໋ຍຄອກ ແລະ ຕ້ອງໄດ້ເບິ່ງແຍງການຫົດນໍ້າເປັນພິເສດແຫຼ່ງນໍ້າຕ້ອງພຽງພໍ.


ການ​ປູກ​ຖົ່ວລຽນ

ລະ​ດູ​ການ​ປູກ​ຖົ່ວລຽນ​ ຖ້າມີລະບົບການຫົດນໍ້າທີ່ມີປະສິດທິພາບ ສາມາດເບິ່ງແຍງການໃຫ້ນໍ້າກັບຕົ້ນຖົ່ວລຽນເປັນປະຈຳສະໝ່ຳສະເໝີ ຄວນປູກແຕ່ເດືອນມີນາ ຫາ ເມສາ ແຕ່ຖ້າຈັດລະບົບນໍ້າບໍ່ທັນ ຫຼື ຍັງບໍ່ສາມາດເບິ່ງແຍງເລື່ອງນໍ້າໄດ້ກໍ່ຄວນປູກຕົ້ນລະດູຝົນກຽມພື້ນທີ່ປູກຖົ່ວລຽນ.


  1. ໄຖຂຸດຕໍຂຸດຮາກເກົ່າອອກຈາກໜ້າດິນ.

  • ພື້ນທີ່ດອນບໍ່ມີບັນຫາເລື່ອງນໍ້າຖ້ວມຂັງ: ໄຖກຳຈັດວັດຊະພືດຢ່າງດຽວ

  • ພື້ນທີ່ດອນມີ່ແອງນ້ຳທີ່ລຸ່ມນ້ຳຂັງ: ໄຖເພື່ອປັບສະພາບພື້ນທີ່ໃຫ້ລຽບ

  • ພື້ນທີ່ລຸ່ມຫຼືຕ່ຳທີ່ມີນ້ຳຖ້ວມຂັງ : ເຮັດທາງລະບາຍນ້ຳ ຫຼື ຮ່ອງລະບາຍນ້ຳ.


2. ກໍາ​ນົດ​ໄລ​ຍະ​ການ​ປູກ​

ໄລຍະຫ່າງລະຫວ່າງຕົ້ນ ແລະ ໄລຍະຫ່າງລະຫວ່າງແຖວ 9 ແມັດ ສາມາດປູກໄດ້ 20 ຕົ້ນຕໍ່ไຮ່ ຄວນຂະຫຍາຍໄລຍະ ຫ່າງລະຫວ່າງແຖວໃຫ້ກວ້າງຂຶ້ນ ເພື່ອຄວາມສະດວກໃນການນຳເອົາເຄື່ອງຈັກຕ່າງໆມາໃຊ້ວຽກລະຫວ່າງແຖວ.


3. ວາງແນວແລະປັກໄມ້ຕາມໄລຍະປູກທີ່ກໍານົດ.

ວາງແນວກຳນົດແຖວປູກໂດຍຄຳນຶງວ່າຈະກຳນົດໃນແນວແຖວຕັ້ງສາກກັບທາງ ຫຼື ກຳນົດແຖວປູກໄປໃນແນວທິດຕາເວັນຕົກແລະຖ້າມີການຈັດວາງລະບົບນ້ຳ ຈະຕ້ອງພິຈາລະນາແນວທາງໃນການຈັດວາງທໍ່ໃນສວນ ຈາກນັ້ນຈຶ່ງປັກໄມ້ຕາມໄລຍະທີ່ກຳນົດເພື່ອຂຸດຂຸມປູກ ການປູກຖົ່ວລຽນສາມາດເຮັດໄດ້ 2 ວິທີ

  • ວິທີການຂຸດຂຸມປູກແມ່ນເໝາະສໍາລັບສວນທີ່ບໍ່ມີລະບົບນ້ຳ.

  • ວິທີການປູກແບບບໍ່ຂຸດຂຸມເໝາະສຳລັບສວນທີ່ຈັດວາງລະບົບນ້ຳມີປະໂຫຍດໃນການປະຢັດແຮງງານຄ່າໃຊ້ຈ່າຍໃນການຂຸດຂຸມດິນລະບາຍນ້ຳ ແລະ ອາກາດດີຮາກຈະເລີນເຕີບໂຕໄວ.


ການປູກຖົ່ວລຽນແບບຂຸດຂຸມປູກ

  • ຂຸດຂຸມທີ່ມີຄວາມກວ້າງ-ຍາວ ແລະ ເລິກ 50 ຊຕມ.

  • ປະສົມປຸ໋ຍຄອກເກົ່າປະມານ 5 ກິໂລກຣາມ ແລະ ປຸ໋ຍຫິນຟອສເຟດເຄິ່ງກິໂລ ນຳມາຄົນປະສົມໃຫ້ເຂົ້າກັນກັບດິນທີ່ຂຸດຂື້ນມາ ແລ້ວຖົມຄືນໄປໃນຂຸມສູງປະມານ 2 ໃນ 3 ຂອງຂຸມ

  • ກະກຽມເບ້ຍໄມ້ທີ່ແຂງແຮງສົມບູນດີ ບໍ່ເປັນພະຍາດ ບໍ່ມີແມງໄມ້ມາທຳລາຍ ແລະ ມີໃບປາຍຍອດເປັນຄູ່ເພື່ອແກ້ໄຂລະບົບຮາກໃຫ້ແຜ່ກະຈາຍໄດ້ດີ ບໍ່ໂຄ້ງຢູ່ກົ້ນຖົງ.

  • ໃຊ້ມີດຕັດກົ້ນຖົງອອກຖ້າພົບເຫັນຮາກໂຄ້ງຢູ່ກົ້ນຖົງໃຫ້ຕັດອອກ.

  • ວາງຖົງເບ້ຍໄວ້ກາງຂອງຂຸມຈັດເປັນແນວໃຫ້ຊື່ກັບຕົ້ນອື່ນໆ ພ້ອມທັງປັບລະດັບຄວາມສູງຕ່ຳຂອງຕົ້ນ ປັບລະດັບດິນປາກຖົງສູງກວ່າລະດັບດິນບໍລິເວນປາກຂຸມເລັກນ້ອຍ.


  • ໃຊ້ມີດຕັດດ້ານຂ້າງຂອງຖົງຈາກລຸ່ມຫາເທິງທັງສອງດ້ານ.

  • ດຶງຖົງຢາງອອກລະວັງບໍ່ໃຫ້ດິນໃນຖົງແຕກ.

  • ຖົມດິນສ່ວນທີ່ເຫຼືອລົງຂຸມຢ່າຖົມດິນສູງເຖິງຮອຍສຽບຍອດ.

  • ປັກໄມ້ຫຼັກຂ້າງໆຕົ້ນຖົ່ວລຽນທີ່ປູກແລ້ວມັດເຊືອກເພື່ອປ້ອງກັນລົມພັດແຮງ.

  • ກົດດິນຢູ່ໂຄນຂອງຕົ້ນຫາວັດສະດຸມາປົກຄຸມແລະຫົດນໍ້າໃຫ້ປຽກ.

  • ຈັດເຮັດຮົ່ມໃຫ້ຕົ້ນທີ່ຫາກໍ່ປູກຕາໜ່າງຮົ່ມບັງແສງ ເມື່ອຖົ່ວລຽນຕັ້ງໂຕໄດ້ດີເເລ້ວຄວນປົດອອກ ຫຼື ປູກຕົ້ນໄມ້ເພື່ອໃຫ້ຮົ່ມເງົາເຊັ່ນປູກກ້ວຍ ແລະ ເພີ່ມຄວາມຊຸ່ມຊື່ນໃນສວນໄດ້ເປັນຢ່າງດີໂດຍສະເພາະໃນລະດູແລ້ງແລະມີແສງແດດແຮງ.

  • ຖອດພລາສຕິກທີ່ຫໍ່ຢູ່ດ້ານເທິງອອກຫຼັງຈາກປູກປະມານ 1-2 ເດືອນ.


ການ​ປູກ​ຖົ່ວລຽນ​ແບບ​ບໍ່​​ຂຸດ​ຂຸມ​

  1. ຖອກປຸ໋ຍຫິນຟອສເຟດເຄິ່ງກິໂລລົງບ່ອນທີ່ຕ້ອງການປູກຖົມດິນບາງໆ.

  2. ເອົາເບ້ຍມາວາງແລ້ວຖາກດິນຂ້າງໆຂືນມາປົກ ແຕ່ຖ້າເປັນດິນຮ່ວນປົນດິນຊາຍ ດິນຈະບໍ່ຈັບໂຕກັນ ຄວນໃຊ້ວິທີຂຸດຂຸມປູກ ຫຼື ໃຊ້ວິທີດັດແປງ.

  3. ວິທີ​ການ​ດັດ​ແປງ​ແມ່ນ​ການ​ເອົາດິນ​ຈາກ​ແຫຼ່ງ​ອື່ນ ​ມາກອງໄວ້ບ່ອນທີ່ຈະປູກປະມານ 1 ແມັດ ແລະ ສູງ 15 ຊຕມ ຂຸດກາງກອງດິນໂຮຍປຸ໋ຍຟອສເຟດໃນບ່ອນທີ່ຂຸດໄວຖົມດິນບາງໆ ວາງເບ້ຍແລ້ວຖົມດິນທັບ.

  4. ການແກະຖົງຕ້ອງລະວັງບໍ່ໃຫ້ດິນແຕກອາດເຮັດໄດ້ໂດຍການຕັດກົ້ນຂອງຖົງອອກກ່ອນແລ້ວເອົາໄປວາງໃນບ່ອນທີ່ປູກ ຕັດຖົງຢາງໃຫ້ຂາດຈາກລຸ່ມຂຶ້ນເທິງແລ້ວຄ່ອຍໆດຶງຖົງຢາງອອກ.

  5. ລະວັງຢ່າຖົມດິນສູງເທົ່າກັບຮອຍສຽບຍອດ ຫຼື ຮອຍທາບ.

  6. ຫາແນວມາຄຸມ​ ແລະ ​ຈັດເຮັດຮົ່ມ​ໃຫ້​​ ແບບການ​ປູກ​ໂດຍວິທີ​​ຂຸດ​ຂຸມ.


ການປະຕິບັດແລະດູແລຮັກສາຖົ່ວລຽນ

ການປະຕິບັດແລະດູແລຖົ່ວລຽນໃນຊ່ວງກ່ອນໃຫ້ຜົນຜະລິດ


1. ໃນລະຫວ່າງທີ່ລໍຖ້າໃຫ້ຖົ່ວລຽນໃຫ້ຜົນຜະລິດໃນຊ່ວງທຳອິດ ຄວນປູກພືດແຊມເພື່ອເພີ່ມລາຍຮັບໂດຍເລືອກພືດທີ່ເໝາະສົມກັບຄວາມຕ້ອງການຂອງຕະຫຼາດ.


2. ເມື່ອກວດພົບວ່າຖົ່ວລຽນຕາຍຫຼັງຈາກປູກແລ້ວໃຫ້ປູກໃໝ່.


3. ການໃຫ້ນໍ້າຫຼັງຈາກປູກແມ່ນຈະກົງກັບລະດູຝົນ ຖ້າມີຝົນຕົກໜັກຄວນເຮັດທາງລະບາຍນໍ້າ ແລະ ກວດປາກຂຸມ ຫາກດິນຫຍຸບໂຕເປັນແອ່ງນໍ້າຂັງກໍ່ຕ້ອງຕື່ມດິນໃສ່ຕື່ມ ຖ້າຝົນຖິ້ມຊ່ວງຄວນຫົດນ້ຳດິນໃຫ້ມີຄວາມຊຸ່ມຊື່ນສະເໝີໃນຊຸມປີຕໍ່ໆໄປ ຄວນຫົດນໍ້າໃຫ້ເປັນປົກກະຕິ ແລະ ໃນລະດູແລ້ງ ຄວນໃຊ້ວັດສະດຸຄຸມດິນເພື່ອຊ່ວຍຮັກສາຄວາມຊຸ່ມຊື່ນຂອງດິນ


4. ການຕັດແຕ່ງກິ່ງ

  • ປີ 1-2 ບໍ່ຄວນຕັດແຕ່ງ ປ່ອຍໃຫ້​​ໄດ້​ເຕີບ​ໃຫຍ່​ເຕັມ​ທີ່.

  • ໃນປີຕໍ່ໄປການຕັດກິ່ງງ່າທີ່ແຫ້ງ ກິ່ງງ່າທີ່ເປັນພະຍາດ ແລະ ລ່ຽງກິ່ງງ່າທີ່ສົມບູນທີ່ຂະຫນານກັບດິນ ໄວ້ໃນປະລິມານທີ່ເໝາະສົມໂດຍໃຫ້ກີ່ງງ່າລຸ່ມສຸດສູງຈາກພື້ນດິນປະມານ 80-100 ຊຕມ.


5. ການປ້ອງກັນກຳຈັດ

ຊ່ວງແຕກໃບອ່ອນຄວນ​ປ້ອງ​ກັນ​ແລະ​ກຳຈັດ​ໂລກ ປ້ອງກັນໂລກຮາກເນົ່າເປື່ອຍ ແລະ ຄວບຄຸມວັດສະພືດສາມາດປ້ອງກັນໄດ້ໂດຍການປູກພືດປົກຄຸມດິນ ແລະ ອາດຈະກຳຈັດດ້ວຍການຖາກ ຖອນ ຕັດ ພະຍາຍາມຫຼີກລ່ຽງການໃຊ້ສານເຄມີ ເພາະຕົ້ນຍັງອ່ອນ ລະອອງສານເຄມີອາດໄປທຳລາຍຕົ້ນ.


6. ການເຮັດຮົ່ມເງົາ

ໃນ​ລະ​ດູ​ແລ້ງແສງ​ຕາ​ເວັນ​ທີ່​​ແຮງ​ສາ​ມາດ​ເຮັດ​ໃຫ້​ໃບ​ຂອງຖົ່ວລຽນໄຫມ້​ໄດ້ ຄວນ​ເຮັດ​​ຮົ່ມ​ເງົາ​ໃຫ້​.


7. ການໃສ່ປຸ໋ຍຄວນເຮັດດັ່ງນີ້:

  • ໃສ່ປຸ໋ຍຫຼັງຈາກຕັດແຕ່ງກິ່ງງ່າ.

  • ຫວ່ານປຸ໋ຍຄອກກ່ອນແລ້ວຕາມດ້ວຍປຸ໋ຍເຄມີ.

  • ຄວນໃສ່ປຸ໋ຍໃນບໍລິເວນຮອບໆ ແລະ ຫ່າງຈາກໂຄນຕົ້ນໄມ້ປະມານ 20-30 ຊຕມ ຂຶ້ນໄປກັບຂະຫນາດຊົງແລະປະລິມານໃສ່ປຸ໋ຍ.

ປີທີ 1 ໃສ່ປຸ໋ຍ ແລະ ໂຄນ 4 ຄັ້ງ (ເດືອນເວັ້ນເດືອນ)

ເທື່ອທີ່ 1-3 ໃສ່ປຸ໋ຍຄອກ 5 ກິໂລຕໍ່ຕົ້ນ (ປະມານ 1 ຖັງ)

ເທື່ອທີ 4 ໃຊ້ປຸ໊ຍຄອກ 5 ກິໂລຕໍ່ຕົ້ນ (ປະມານ 1 ຖັງ)

ໃຊ້ປຸ໋ຍເຄມີ ສູດ 15-15-15 ຫຼື 16-16-16 ປະມານ 150-200 ກຣາມຕໍ່ຕົ້ນ ປີຕໍ່ໆໄປ (ໄລຍະທີ່ຖົ່ວລຽນຍັງບໍ່ທັນໃຫ້ຜົນຜະລິດ): ໃສ່ປຸ໋ຍ ແລະ ເຮັດໂຄນ 2 ເທື່ອ ( ຕົ້ນລະດູຝົນ ແລະ ທ້າຍລະດູຝົນ) ເທື່ອທີ່ 1 (ຕົ້ນລະດູຝົນ) ໃຊ້ປຸ໋ຍເຄມີ ສູດ 15-15-15 ຫຼື 16-16-16 ປະມານ ເຄິ່ງຫາ 3 ກິໂລຕໍ່ຕົ້ນ ເທື່ອທີສອງ (ທ້າຍລະດູຝົນ) ໃສ່ປຸ໋ຍຄອກ 15-50 ກິໂລກຣັມຕໍ່ຕົ້ນ (ປະມານ 3 -10 ປີ) ໃຊ້ປຸ໋ຍເຄມີ ສູດ 15-15-15 ຫຼື 16-16-16 ປະມານເຄິ່ງຫາ 3 ກິໂລຕໍ່ຕົ້ນປະລິມານການໃສ່ປຸ໋ຍເຄມີແຕ່ລະເທື່ອແມ່ນຂຶ້ນກັບຂະໜາດຂອງຕົ້ນ


ການປະຕິບັດການດູແລຖົ່ວລຽນໃນໄລຍະການອອກຫມາກ

ເປັນສິ່ງສຳຄັນທີ່ຈະເຮັດໃຫ້ອອກດອກອອກໝາກໃຫ້ຜົນຜະລິດຄຸນນະພາບດີການຕຽມໃຫ້ຕົ້ນພ້ອມທີ່ຈະອອກດອກອອກໝາກຄືການຕຽມໃຫ້ຕົ້ນມີຄວາມສົມບູນມີສານອາຫານພຽງພໍ ຈະຕ້ອງດຳເນີນການພາຍຫຼັງຈາກເກັບກ່ຽວຜົນຜະລິດດັ່ງນີ້:


1. ການຕັດແຕ່າງກິ່ງງ່າ

ຫຼັງການເກັບກ່ຽວແລ້ວຄວນຕັດງ່າທີ່ແຫ້ງເປັນພະຍາດອອກທັນທີ ທາບາດທີ່ຕັດດ້ວຍສານເຄມີປ້ອງກັນຂ້າເຊື້ອລາ ຫຼື ປູນແດງ.

2. ຫຼັງຕັດແຕ່ງກິ່ງງ່າໃຫ້ກຳຈັດວັດສະພືດ ແລະ ໃສ່ປຸ໋ຍທັນທີ

  • ປຸ໋ຍຄອກ 15-50 ກິໂລຕໍ່ຕົ້ນ (ປະມານ 3-10 ຖັງ)

  • ປຸ໋ຍເຄມີ ສູດ 15-15-15 ຫຼື 16-16-16 ໃນອັດຕາ 3-5 ກິໂລຕໍ່ຕົ້ນ (ຕົ້ນທີ່ຂາດຄວາມສົມບູນຕ້ອງໃສ່ປຸ໋ຍໃນປະລິມານທີ່ຫຼາຍກວ່າຕົ້ນທີ່ສົມບູນຢູ່ເເລ້ວ ຕົ້ນທີ່ໃຫ້ຜົນຜະລິດຫຼາຍຕ້ອງການໃຫ້ປຸ໋ຍຫຼາຍກວ່າຕົ້ນທີ່​​ໃຫ້ຜົນ​ຜະ​ລິດ​ໜ້ອຍ​)


3. ໃນ​ລະ​ຫວ່າງ​ລະ​ດູ​ຝົນ​

  • ຖ້າຝົນຕົກໜັກຄວນລະບາຍນ້ຳອອກຈາກພື້ນທີ່ປູກ.

  • ຖ້າ​ຝົນ​ຖິ້ມຊ່ວງໃຫ້​​ຫົດ​ນ້ຳ​.

  • ຄວບຄຸມວັດສະພືດໂດຍການຕັດ ຫຼື ນຳໃຊ້ສານເຄມີ.

  • ປ້ອງກັນກຳຈັດໂຣກແມງໄມ້ເຊັ່ນ: ໂຣກຮາກເນົ່າ ໂຣກໂຄນເນົ່າ ໃບຕິດໂຣກ ໂຣກໄຮແດງ

4. ໃນຕອນທ້າຍຂອງລະດູຝົນ

  • ເມື່ອລະດູຝົນຖິ້ມຊ່ວງໃຫຍ່ໃສ່ປຸ໋ຍເຄມີ 8-24-24, 9-24-24 ຫຼື 12-24-12 2-3 ກິໂລຕໍ່ຕົ້ນ ເພື່ອຊ່ວຍໃນການອອກດອກ.

  • ກຳຈັດວັດຊະພືດທີ ກວດເສດຫຍ້າ ແລະ ໃບຖົ່ວລຽນອອກຈາກໂຄນຕົ້ນເພື່ອໃຫ້ດິນແຫ້ງໄວ.

  • ງົດ​ການ​ຫົດ​ນ້ຳ​ປະມານ 10-14 ມື້ ເມື່ອ​ສັງເກດ​ເຫັນ​ວ່າ​ໃບ​​ເລີ່ມ​ຫຼຸດ​ລົງ ຄວນ​ເລີ່ມ​ຫົດ​ນ້ຳ​ເທື່ອ​ລະ​ໜ້ອຍ​ເພື່ອ​ກະຕຸ້ນໃຫ້ດອກຈະເລີນຢ່າປ່ອຍໃຫ້ຂາດນ້ຳດົນຈົນໃບເຫຼືອງໃບຕົກເພາະອາດຈະບໍ່ຈະເລີນ ແລະ ລະວັງຢ່າໃຫ້ນ້ຳຫຼາຍເກີນໄປ ເພາະຊໍ່ດອກອາດປ່ຽນເປັນໃບໄດ້ ວິທີໃຫ້ນ້ຳທີ່ເໝາະສົມຄືໃຫ້ນ້ຳແບບໂຊຍໆ ແລ້ວເວັ້ນໄລຍະສັງເກັດອາການຂອງໃບ ແລະ ດອກ ເມື່ອເຫັນດອກຫຼາຍພໍແລ້ວກໍເພີ່ມປະລິມານໃຫ້ຫຼາຍຂື້ນເລື້ອຍໆຈົນສູ່ສະພາວະປົກກະຕິ.



ສົນໃຈທີ່ພ້ອມຈະງາມໄດ້ທີ່ລິ້ງດ້ານລຸ່ມນີ້ເລີຍ:



ເວັບໄຊຣ์ : https://www.w-surgeryhospital.com/th/


bottom of page